ບາງ​ທ້ອງ​ຖິ່ນ​ພາກ​ຕາ​ເວັນ​ອອກ​ອູແກຣນຈະ​​ໃຊ້​ເງິນຣຸບຣັດ​ເຊຍ​ເປັນ "​ເງິນຕາ​ທາງ​ການ"
2017-02-28 17:51:11  cri 
ຕາມ​ຂ່າວສານ​ຊິນ​ຮວາ:ສື່ຣັດ​ເຊຍ​ລາຍ​ງານ​ໃນ​ວັນ​ທີ 27 ກຸມພາ​ນີ້​ວ່າ,ຫວ່າງ​ມໍ່ໆ​ນີ້,ຄະນະ​ມົນຕີ "ສາທາລະນະ​ລັດ​ລູຮານ"ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ອູ​ແກຣນ​ໄດ້​ຜ່ານ​ມະຕິ​ວ່າ,​ເພື່ອ​ເຮັດ​ໃຫ້​ເງິນຕາ​ທ້ອງ​ຖິ່ນ​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ການ​ປະ​ຕິບັດ​ໜ້າ​ທີ່ຂອງ​ລະບົບ​ການ​ທະນາຄານ​ແລະ​ການ​ຊື້​ຂາຍ​ດ້ານ​ການ​ທະນາຄານ​ເປັນ​ປົກກະຕິ​ນັ້ນ​ຈະ​ຖື​ເອົາ​ເງິນຣຸບຣັດ​ເຊຍ​ເປັນ "​ເງິນ​ຕາ​ພື້ນຖານ​"​ແລະ "​ເງິນຕາ​ທາງ​ການ"ພາຍ​ໃນ "ສາທາລະນະ​ລັດ​ລູຮານ​"​ເລີ່​ມ​ແຕ່​ວັນ​ທີ 1 ມີນາ​ເປັນ​ຕົ້ນ​ໄປ.

​ສະຖານີໂທລະພາບ​​ຫຼັກຂອງຣັດ​ເຊຍ​ລາຍ​ງານ​ວ່າ,ກ່ອນ​ໜ້າ​ນີ້, "ສາທາລະນະ​ລັດ​ລູຮານ"​ແລະ "ສາທາລະນະ​ລັດ​ດົນ​ເນັດ​ສະກາ​ຢາ​"ທີ່ຢູ່​ພາກ​ຕາ​​ເວັນ​ອອກ​ອູ​ແກຣນ​ໄດ້​​ເນັ້ນ​ວ່າ,ຖ້າ​ເຈົ້າ​ໜ້າ​ທີ່​ກີ​​ແອັບ​ບໍ່​ຍົກ​​ເລີກ​ການ​ອັດ​ຕັນ​ຕໍ່​ພາກ​ຕາ​ເວັນ​ອອກ,ທັງສອງ​ທ້ອງ​ຖິ່ນ​ອາດ​ຈະ​ໃຊ້​ມາດ​ຕະການ​ອື່ນໆ.
ປັດຈຸບັນ,​ເງິນ​ກຣິຟນາຄື​ເງິນຕາອູ​ແກຣນ​ບໍ່​ຄ່ອຍ​ໄດ້​ຈໍລະ​ຈອນ​ຢູ່​ພາກ​ຕ​າ​ເວັນ​ອອກ​ອູ​ແກຣນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ