ຕາມຂ່າວສານຊິນຮວາ:ລັດຖະບານຟິລິບປິນຢືນຢັນໃນວັນທີ 27 ກຸມພານີ້ວ່າ,ຕົວປະກັນຊາວເຢຍລະມັນທີ່ຖືກກຸ່ມປະກອບອາວຸດຕໍ່ຕ້ານລັດຖະບານອາບູຊາຢັບລັກພາຕົວໄປຢູ່ເຂດທະເລພາກໃຕ້ປະເທດເມື່ອເດືອນພະຈິກປີຜ່ານມາໄດ້ຖືກສັງຫານແລ້ວຫວ່າງມໍ່ໆນີ້.ຈາກເຫດການດັ່ງກ່າວ,ທ່ານນາງອັນເຈລາ ເມີເຄວ ນາຍົກລັດຖະມົນຕີເຢຍລະມັນໄດ້ກ່າວປະນາມການກະທຳທີ່ປ່າເຖື່ອນຂອງກຸ່ມກໍ່ການຮ້າຍທີ່ສັງຫານຕົວປະກັນເຊິ່ງເປັນພົນລະເມືອງຂອງປະເທດຕົນ.
ທ່ານສະເຕັບເຟັນ ເຊເບີດ ໂຄສົກລັດຖະບານເຢຍລະມັນກ່າວໃນວັນທີ 27 ກຸມພານີ້ວ່າ, ລັດຖະບານປະເທດຕົນຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ພີ່ນ້ອງຮ່ວມຊາດທີ່ເສຍຊີວິດຜູ້ນີ້ແລະຂໍແບ່ງເບົາຄວາມໂສກເສົ້ານຳຄອບຄົວແລະຍາດຕິພີ່ນ້ອງພ້ອມທັງສະແດງຄວາມເສຍໃຈອີກເທື່ອໜຶ່ງຕໍ່ພັນລະຍາຂອງຜູ້ທີ່ເສຍຊີວິດຫຼັງຖືກກຸ່ມກໍ່ການຮ້າຍລັກພາຕົວກ່ອນໜ້ານີ້.ຂະນະດຽວກັນກໍຮຽກຮ້ອງໃຫ້ທຸກຄົນຮັກສາຄວາມສາມັກຄີແລະດຳເນີນການຕໍ່ສູ້ກັບລັດທິກໍ່ການຮ້າຍ.
ກ່ອນໜ້ານີ້,ທ່ານເຈຊຸສ ດູເຣຊາ ທີ່ປຶກສາວຽກງານສັນຕິພາບປະທານາທິບໍດີຟິລິບປິນໄດ້ອອກຖະແຫຼງການວ່າ,ປະເທດຕົນກ່າວປະນາມການກະທຳທີ່ປ່າເຖື່ອນຂອງໂຈນລັກພາຕົວແລະຮູ້ສຶກໂສກເສົ້າເສຍໃຈຕໍ່ການເສຍຊີວິດຂອງຕົວປະກັນ.ແນວໃດກໍດີ,ກອງທະຫານປະເທດຕົນກຳລັງເລັ່ງກວາດລ້າງອົງການດັ່ງກ່າວ.