ຄວາມ​ພໍ​ໃຈ​ຕໍ່​ການ​ຄົມມະນາຄົມ​ສາທາລະນະ​ຢູ່​ໄທ​ອ່າວ​ຕ່ຳ
2017-02-28 18:04:04  cri 
​ຕາມ​ຂ່າວສານ​ຈີນ:​ແຕ່​ວັນ​ທີ 20 ຫາ 25 ກຸມພາ​ນີ້,Super Poll ຂອງ​ໄທ​ໄດ້​ສຳ​ຫຼວດຄວາມ​ເຫັນ​ຂອງ​ຜູ້​ໂດຍສານ​ຍິງ​ຊາຍ 1400 ກວ່າ​ຄົນ​ກ່ຽວ​ກັບ​ສະພາບ​ກາ​ນບໍລິການ​ລົດ​ປະຈຳ​ທາງ​ຢູ່​ບາງກອກ​ໃນ​ໜຶ່ງ​ເດືອນ​ຜ່ານ​ມາ.

ຜົນ​ການ​ສຳຫຼວດຊີ້​ໃຫ້້​ເຫັນ​ວ່າ,ຜູ້​ໃຫ້​ສຳພາດ 84% ​ເຫັນ​ວ່າ​ລົດ​ປະຈຳ​ທາງ​ຢູ່​ບາງກອກ​​ແລ່ນ​ໄວ​ຫຼາຍຂະນະ​ທີ່ 78% ​ເຫັນ​ວ່າ,ປ່ອງຢ້ຽມ,ຮາວ​ຈັບ​ແລະ​ຕັ່ງຖືກ​ເປ່​ເພ;ສ່ວນ​ຜູ້​ໂດຍສານ​ທີ່​ຕຳ​ໜິຜູ້​ຂັບ​ລົດ​ຢຸດລົດ​ຢ່າງ​ກະທັນຫັນ,ລົດ​ປະຈຳ​ທາງ​ບໍ່​​ເຂົ້າ​ສະຖານີ​ແລະ​ລົດ​ປະຈຳ​ທາງ​ຂວາງ​ທາງ​ນັ້ນ​ກໍ​ກວມ​ຫຼາຍກວ່າ 70%.ຜົນສຳ​ຫຼວດຍັງ​ຊີ້ໃຫ້​ເຫັນ​ວ່າ,ຜູ້ຍິງ​ທີ່​ໃຫ້​ສຳພາດ​ໜຶ່ງ​ສ່ວນ​ສາມ​ເຄີຍ​ຖືກ​ລ່ວງ​ເກີນ​ທາງ​ເພດ​​ໃນ​ລົດ​ປະຈຳ​ທາງ​ແລະ​ປະມານ 60% ກ່າວ​​ມີກິ່ນ​ເໝັນ,​ເສັ້ນທາງ​ຈຳນວນ​ໜຶ່ງ​ມີ​ລົດ​ໜ້ອຍ​ເກີນ​ໄປ,​ເກີດ​ປາກົດການ​ແຊ​ງຄີວ​ເພື່ອ​ຍາດ​ຜູ້​ໂດຍສານ​ແລະ​ຜູ້​ຂັບ​ລົດ​ອາລົມ​ບໍ່​ດີ​ແລະ​ບັນຫາ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ