ຜົນ​ຢ້ອນ​ຫຼັງ​ທຸກ​ຢ່າງ​ຈາກ​ການ​ຕິດ​ຕັ້ງ​ລະບົບ​ຕ້ານ​ຂີ​ປະ​ນາ​ວຸດ​ THAAD ອາ​ເມ​ລິ​ກາ​ແລະ​ ສ.​ເກົາຫຼີ​ຕ້ອງຮັບຜິດຊອບ
2017-02-28 11:11:31  cri 
ຕາມ​ຂ່າວCRI: ມີ​ຂ່າວ​ແຈ້ງວ່າ, ກຸ່ມ​ບໍລິສັດ​ໂລ​ເຕ ສ.​ເກົາຫຼີ​ຈະ​ໄຂ​ກອງ​ປະຊຸມ​ສະພາ​ມົນຕີ ​ເພື່ອ​ອະນຸມັດສັນຍາ​ແລກປ່ຽນ​ທີ່​ດິນ​ກັບ​​ເຈົ້າ​ໜ້າ​ທີ່​ທະຫານ​ ສ.​ເກົາຫຼີ ​ເພື່ອ​ຕິດ​ຕັ້ງ​ລະບົບ​ຕ້ານ​ຂີ​ປະ​ນາ​ວຸດ THAAD ​ແລະຫຼັງ​ຈາກ​ນັ້ນ, ​ເຈົ້າ​ໜ້າ​ທີ່ທະຫານ​ ສ.​ເກົາຫຼີ​ຈະ​ເລັ່ງລັດ​ການຕິດ​ຕັ້ງ ​ເພື່ອ​​ໃຫ້​ສຳ​ເລັດ​ພາຍ​ໃນ 3 ຫາ 4 ​ເດືອນ.

​ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວໃນພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ກຸມພາວ່າ, ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ​ຊຸກຍູ້​ການ​ຕິດ​ຕັ້ງ​ລະບົບ​ຕ້ານ​ຂີ​ປະ​ນາ​ວຸດ THAAD ຢູ່​ ສ.​ເກົາຫຼີ ​ໄດ້​ທຳລາຍ​ຄວາມ​ດຸນ​ດ່ຽງ​ດ້ານ​ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ​ຢ່າງ​ໜັກໜ່ວງ ທັງ​ໄດ້​ທຳລາຍ​ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ໝັ້ນຄົງ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​​ໃນ​ພາກ​ພື້ນ​ນີ້ ​ລວມທັງ​ຈີນຢ່າງ​ໜັກໜ່ວງ​ເຊັ່ນ​ດຽວ​ກັນ ​ແລະ​ທີ່​ສຳຄັນ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ.

ທ່ານ​ເກິ​ງສວງ​ກ່າວ​ຕື່ມວ່າ "ຂ້າພະ​ເຈົ້າ​​ເນັ້ນອີກ​ເທື່ອ​ໜຶ່ງ​ວ່າ, ຈີນ​ມີ​ຫຼັກ​ໝັ້ນ​ເດັດດ່ຽວ​ໃນ​ການຄັດຄ້ານການ​ຕິດ​ຕັ້ງ​ລະບົບ​ຕ້ານ​ຂີ​ປະ​ນາ​ວຸດ THAAD ຢູ່ ສ.​ເກົາຫຼີ ​ແລະ​ຈະ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​ຢ່າງ​ເດັດດ່ຽວ ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ໝັ້ນຄົງ​ຂອງ​ຕົນ ​ເຊິ່ງຈະ​ໃຫ້​ອາ​ເມ​ລິ​ກາ ​ແລະ​ ສ.​ເກົາຫຼີ​ຮັບຜິດຊອບ​ຕໍ່​ຜົນ​ຢ້ອນ​ຫຼັງ​ທີ່​ເກີດ​ຂຶ້ນ​ຈາກ​ບັນຫານີ້. ພວກ​ຂ້າພະ​ເຈົ້າ​ທວງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງຢຸດຕິ​ຂະ​ບວນການ​ຕິດ​ຕັ້ງ ​ແລະຢ່າ​ເດີນ​ຕາມ​ເສັ້ນທາງທີ່​ຜິດ​ພາດ​ຕໍ່​ໄປ​ອີກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ