ບໍລິສັດ PWC ອອກ​ມາຂໍ​ໂທດ​ຕໍ່ຄວາມ​ຜິດພາດ​ໃນ​ງານ​ມອບ​ລາງວັນ​ອອສກາ
2017-02-28 15:25:21  cri 
ຕາມ​ຂ່າ​ວສານ​ຊິນ​ຮວາ: ​ຈາກ​ຄວາມຜິດພາດ​ທີ່​ເກີດ​ຂຶ້ນ​ໃນ​ພິທີ​ມອບ​ລາງວັນຮູບ​ເງົາ​ດີ​ເດັ່ນ​ໃນ​ງານ​ມອບ​ລາງວັນ​ອອສກາຄັ້ງ​ທີ 89, ບໍລິສັດ PWC ທີ່​ຮັບຜິດຊອບ​ວຽກ​ງານ​ນັບ​ບັດ​ຂອງ​ງານ​ມອບ​ລາງວັນ​ຄັ້ງ​ນີ້​ໄດ້​ອອກ​ມາ​ຂໍ​ໂທດ​​ແລ້ວ​ໃນ​ວັນ​ທີ 27 ກຸມພາ​ນີ້.

​ຈາກ​ການ​ຮັບຊ່ອງ​ປະກາດ​ຜົນ​ໃນ​ໄລຍະ​ທ້າຍ​ຂອງ​ງານ​ມອບ​ລາງວັນ​ອອສກາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ກຸມພາ, ​ແຂກ​ມອບ​ລາງວັນກໍ​ໄດ້ປະກາດ​ຊື່​ຮູບ​ເງົາ​ດີ​ເດັ່ນ​ເປັນ "La la land" ​ເຊິ່ງຄວາມຈິງ​ແລ້ວ​​ແມ່ນ​ຮູບ​ເງົາ​ເລື່ອງ "Moonlight" ​ພາ​ໃຫ້​ເກີດ​ຄວາມ​ຜິດ​ພາດ​ທີ່​ເຫັນ​ຍາກ​ໃນ​ປະຫວັດສາດ​ຂອງ​ງານ, ຂະນະ​ທີ່​ຜູ້​ຊົມ ​ແລະ​ສື່​ມວນ​ຊົນ​ທົ່ວ​ໂລກຕ່າງໆ​ຮູ້ສຶກ​ມຶນ​ງົງ​ໄປ​ຕາມໆ​ກັນ.

ບໍລິສັດ PWC ​ໄດ້​ອອກ​ມາ​ຂໍ​ໂທດ​ຢ່າງ​ຈິງ​ໃຈ​ຕໍ່​ແຂກ​ມອບ​ລາງວັນ​ສອງ​ທ່ານ, ຜູ້​ຊົມ​ທາງ​ໂທລະພາບ ​ແລະ​ທີ​ມງານ​ຮູບ​ເງົາ ຈາກ Twitter ​​ໂດຍກ່າວ​ວ່າ​ຈະ​ຊອກ​ຫາ​ມູນ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ຜິດພາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ