ນັກສຶກສາ​ມຽນມາ 85 ຄົນ​ເຂົ້າ​ສຶກສາຢູ່​ໂຮງຮຽນ​ອາຊີວະ​ສຶກສາ​ຂອງ​ຈີນ
2017-02-28 15:31:46  cri 
ຕາມ​ຂ່າວCRI: ວັນ​ທີ 27 ກຸມພາ​ນີ້, ນັກຮຽນ​ດີ​ເດັ່ນ 85 ຄົນ ​ຈາກ​ແຫ່ງຕ່າງໆ​ຂອງ​ມຽນມາ​ໄດ້​ເດີ​ນທາງ​ອອກ​ຈາກ​ນະຄອນຢ້າງ​ກຸ້ງ ​ເພື່ອ​ສຶກສາ​ຮ່ຳ​ຮຽນ​ຢູ່​ໂຮງຮຽນ​ອາຊີວະ​ສຶກສາ 7 ​ແຫ່ງ​ຂອງ​ຈີນ ​ເປັນ​ເວລາ 3 ປີ.

​ທ່ານ​​ມິ​ວອອງ ​ເລຂາທິການ​ໃຫຍ່​ສະມາຄົມ​ມິ​ດຕະ​ພາບ​ມຽນມາ-ຈີນ​ກ່າວຕໍ່​ໂຄງກາ​ນນີ້​ວ່າ, ຫວັງ​ໃຫ້​ບັນດາ​ນັກ​ສຶກສາ​ທີ່ຈົບ​ຈາກ​ຈີນ​ແລ້ວ, ສາມາດ​ນຳ​ໃຊ້​ຄວາມ​ຮູ້​ຂອງ​ຕົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ. ທັງ​ນີ້ໂຄງການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ຂອງ​ຊາວ​ໜຸ່ມຮຸ່ນນີ້​ເທົ່າ​ນັ້ນ, ຍັງ​​ເປັນ​ການ​ເພີ່ມ​ທະວີ​ມິດຕະພາບ​ລະຫວ່າງ​ມຽນມາ​ກັບ​ຈີນຕື່ມ​ອີກ.

ຂ່າວ​ແຈ້ງວ່າ, ຈີນ​ໄດ້​ຕົກລົງ​ໃຫ້​ທຶນ​ສຶກສາ​ແກ່ມຽນມາ​ 200 ທຶນ​ເພື່ອ​ສຶກສາ​ຮ່ຳຮຽນ​ຢູ່​ໂຮງຮຽນ​ອາຊີວະ​ສຶກສາ​ຂອງ​ຈີນ ​ໃນງານ​ວາງສະ​ແດງ​ອາຊີວະ​ສຶກສາຈີນ-ອາ​ຊຽນ​ເມື່ອ​ປີ 2015 ​ແລະ​ກອງ​ປະຊຸມ​ສັບປະດາ​ຮ່ວມ​ມື​ດ້ານ​ການ​ສຶກສາ ໃນ​ປີ 2016 ຢູ່ເມືອງ​ກຸ້ຍ​ຢາງ. ນັກສຶກສາ​ຊຸດທຳ​ອິດ 87 ຄົນ​ໄດ້​ເຂົ້າ​ສຶກສາ​ຢູ່​ໂຮງຮຽນ​ອາຊີວະ​ສຶກສາ​ຂອງ​ເມືອງ​ໜານ​ກິ່ງ, ​ເມືອງ​ຢາງ​ໂຈ​ວ, ​ເມືອງ​​ໄທ້ໂຈ​ວ ​ແລະ​ເມືອງ​ສາງ​ໂຈ​ວ ​​ເມື່ອເດືອນພຶດສະພາ​ປີ​2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ