13 ລັດ​ຂອງ​ອ​າ​ເມ​ລິ​ກາ​ເກີດ​ເຫດການ​ຂົ່ມຂູ່​ດ້ວຍ​ລະ​ເບີດ​ 20 ກວ່າ​ລາຍຢູ່​ຄຸ້ມ​ເຮືອນ​​ຊາວ​ຢິວ
2017-02-28 16:30:16  cri 
ຕາມ​ຂ່າວສານ​ຈີນ: ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຊານ​ຟຣານຊີ​ສ​ໂກ​ອາ​ເມ​ລິ​ກາ​​ແຈ້ງ​ໃນ​ວັນ​ທີ 27 ກຸມພາ​ນີ້​ວ່າ, ​ສາມາດ​ແກ້​ໄຂເຫດການ​ລະ​ເບີດ​ລາຍ​ໜຶ່ງ​ທີ່​ເກີດ​ຂຶ້ນ​ຢູ່​ຫ້ອງການ​ສະຫະພັນ​ຕ້ານ​ການ​ໃສ່​ຮ້າຍ​ປ້າຍ​ສີ​ພາກ​ເໜືອອາ​​ເມ​ລິ​ກາ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນໄດ້ແລ້ວ ​ແລະ​ກໍ​ໃນມື້​ດຽວ​ກັນ, ຢູ່​ສູນ​ຄຸ້ມ​ເຮື​ອນຊາວ​ຢິວ​ແຫ່ງ​ໜຶ່ງ​ໃນ​ເມືອງ​ປາ​ໂລ ອັນ​ໂຕ ທາງ​ພາກ​​ໃຕ້​ ​ກໍ​ໄດ້​ເກີດ​ເຫດການ​ລະ​ເບີດ, ​ແຕ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ບໍ່​ໄດ້​ກວດ​ພົບ​ໄພ​ຂົ່ມຂູ່​ທີ່​​ແຝງ​ຊ້ອນ​.

ສະມາຄົມ​ສູນ​ຄຸ້ມ​ເຮືອນ​ຊາວ​ຢິວພາກ​ເໜືອ​ອາ​ເມ​ລິ​ກາ​ກ່າວ​​ວ່າ, ພຽງ​ແຕ່​ໃນ​ວັນ​ທີ 27 ກຸມພາ, 13 ລັດ​ຂອງ​ອ​າ​ເມ​ລິ​ກາ​​ໄດ້ເກີດ​ເຫດການ​ຂົ່ມຂູ່​ດ້ວຍ​ລະ​ເບີດ​ 20 ກວ່າ​ລາຍຢູ່​ຄຸ້ມ​ເຮືອນ​ຊາວ​ຢິວ, ​ໂຮງຮຽນ ​ແລະ​ສູນ​ຄຸ້ມ​ເຮືອນ​ຊາວ​ຢິວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ