ອີ​ຣານ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຍິງ​ຂີ​ປະ​ນາ​ວຸດຈາກ​ກຳ​ປັ່ນ​ດຳ​ນ້ຳ
2017-02-28 16:22:24  cri 
    ທ່ານ ໂຮ​ເຊັນ ດາ​ເຮີ​ກັນ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອີ​ຣານ ກ່າວ​ໃນ​ວັນ​ທີ 27 ກຸມ​ພານີ້​ວ່າ, ປະ​ເທດ​ຕົນ​ໄດ້​ປະ​ສົບ​ຜົນ​​ສຳ​ເລັດ​ໃນ​ການ​ຍິງ​ຂີ​ປະ​ນາ​ວຸດ​​ຈາ​ກ​ກຳ​ປັ່ນ​ດຳ​ນ້ຳ​ຄັ້ງ​ໃໝ່​​ໃນ​ການ​ຊ້ອມ​ຮົບ 'ເວ​ລາ​ຢັດ 95' ກອງ​ທັບ​ເຮືອ, ເຊິ່ງ​ຂີ​ປະ​ນາ​ວຸດ​ດັ່ງ​ກ່າວ​ຊື່​ວ່າ 'ນາ​ເຊີ' ມີ​ຄວາມ​ໝາຍ​ວ່າ 'ຜູ້​ຊ່ວຍ​ເຫຼືອ' ທີ່​ຜະ​ລິດ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ,ຫຼັງຍິງ​ໂດຍ​ເຮືອ​ດຳ​ນ້ຳ ແລະ​ຖືກ​ເປົ້າ​ໝາຍ.

    ກອ​ງ​ທັບ​ເຮືອ​ອີ​ຣານ​ເລີ່ມ​ດຳ​ເນີນ​ການ​ຊ້ອມ​ຮົບ  'ເວ​ລາ​ຢັດ 95' ຢູ່​ອ່າວ​ເປີ​ເຊຍ​ແລະ​ພາກ​ເໜືອ​ມະ​ຫາ​ສະ​ໝຸ​ດ​ອິນ​ເດຍ​ເມື່ອ​ວັນ​ທີ 26 ກຸມ​ພານີ້ ເຊິ່ງ​ເຂດ​ດັ່ງ​ກ່າວ​ຕັ້ງ​ຢູ່​ໃກ້​ເສັ້ນ​ຂະ​ໜານ 10 ອົງ​ສາ​ເໜືອ ແລະ​ມີ​ເນື້ອ​ທີ່​ປະ​ມານ 2 ລ້ານ​ກິ​ໂລ​ຕາ​ແມັດ ແລະ ນີ້​ແມ່ນ​ການ​ຊ້ອມ​ຮົບ​ຂະ​ໜາດ​ໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ອິ​ຣານ​ນັ​ບ​ແຕ່​ທ່ານ ໂດ​ນັນ ທ​ຣຳ ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ