ມາ​ເລ​ເຊຍ​ຈະຖອນ​ໃບ​ອະ​ນຸ​ຍາດ​ຂອງ​​ສອງບໍ​ລິ​ສັດ​ທີ່​ພົວ​ພັນ​ກັບ​ສ​ປ​ປ​ເກົາຫຼີ
2017-02-28 16:30:10  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ ກ່າວ​ໃນ​ວັນ​ທີ 28 ກຸມ​ພານີ້​ວ່າ ພວມຖອນ​ໃບ​ອະ​ນຸ​ຍາດດຳ​ເນີນ​ທຸ​ລະ​ກິດ​ຂອງສອງ​​ບໍ​ລິ​ສັດ​ການ​ຄ້າຕາມ​ລະ​ບຽບ​ການ ເຊິ່ງ​ກ່ອນ​ໜ້ານີ້, ສອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ຖືກ​ສົງ​ໄສ​ຄ້າ​ຂາຍ​ອຸ​ປະ​ກອນ​ການ​ທະ​ຫານ​ທີ່​ເລິກ​ລັບ​ໃຫ້​ແກ່​ລັດ​ຖະ​ບານ​ສ​ປ​ປ​ເກົາຫຼີ​ຢູ່​ມາ​ເລ​ເຊຍ.

    ທ່ານ ຮາ​ລິດ ອາ​ບູ ບາ​ຄາ ຜູ້​ບັນ​ຊາ​ການ​ຕຳຫຼວດແຫ່ງ​ຊາດ​ມາ​ເລ​ເຊຍ ບໍ່​ໄດ້​ອະ​ທິ​ບາຍ​ເຖິງສາ​ເຫດ​ຂອງ​ການຖອນ​ໃບ​ອະ​ນຸ​ຍາດຂອງ​ສອງບໍ​ລິ​ສັດ​ດັ່ງ​ກ່າວວ່າ ພົວ​ພັນ​ກັບ​ເຫດການ​ຄ້າ​ຂາຍ​ອຸ​ປະ​ກອນ​ການ​ທະ​ຫານ​ຂອງ​ສ​ປ​ປ​ເກົາຫຼີ, ແຕ່ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປະ​ເທດ​ຕົນ ​ກໍພວມ​ຕິດ​ຕາມ​ເຫດ​ການນີ້ ແລະ​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ບໍ່​ໃຫ້​ປ​ະ​ເທດ​ຕົນ​ຖືກ​ນຳ​ໃຊ້​ດຳ​ເນີນ​ກິດ​ຈະ​ກຳ​ທີ່​ຈະ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ. ແນວ​ໃດ​ກໍ​ດີ, ປະ​ເທດ​ຕົນ​ໄດ້​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ແລ້ວ​ເພື່ອ​ເຄົາ​ລົບ​ສົນ​ທິ​ສັນ​ຍາ​ແລະ​ຂໍ້​ກຳ​ນົດ​ສາ​ກົນ​ທີ່​ກ່ຽວ​ຂ້ອງ.

    ກ່ອ​ໜ້ານີ້ ມີ​ສື່​ມວນ​ຊົນ​ລາຍ​ງານ​ວ່າ, ສອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ຕັ້ງ​ບໍ​ລິ​ສັດ Glocom ເພື່ອ​ຄ້າ​ຂາຍ​ອຸ​ປະ​ກອນ​ໂທ​ລະ​ຄົມ​ການ​ທະ​ຫານ​ຢູ່​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ