ສະ​ຫະ​ພາບ​ເອີ​ຣົບຂວ້ຳ​ບາດ​​ສ​ປ​ປ​ເກົາຫຼີຄັ້ງໃໝ່
2017-02-28 17:35:17  cri 
​     ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 27 ກຸມ​ພານີ້, ສະ​ພາ​ມົນ​ຕີ​ສະ​ຫະ​ພາບ​ເອີ​ຣົບ ໄດ້​ປະ​ກາດ​ມາດ​ຕະ​ການ ​ຂວ້ຳ​ບາດສ​ປ​ປ​ເກົາຫຼີ ຄັ້ງໃໝ່​ ​ລວມ​ທັງ​ຫ້າມ​ການ​ຄ້າ​ຂາຍ​ຜະ​ລິດ​ຕະ​ພັນ​ໂລ​ຫະ​ຈຳ​ນວນ​ໜຶ່ງ​ແລະ​ຢຸດ​ຕິ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ຂະ​ນະ​ທີ່ການ​ສົ່ງ​ອອກ​ຍົນ​ເຮ​ລີ​ກົບ​ແຕ​ແລະ​ເຮືອ​ໃໝ່​ໃຫ້​ສ​ປ​ປ​ເກົາ​ຫຼີ​ກໍ​ຖືກ​ຫ້າມ​ເຊັ່ນ​ດຽວ​ກັນ.

    ສິ່ງ​ທີ່​ໜ້າ​ສົນ​ໃຈ​ຄື, ​ພຽງ​ແຕ່​ເຄິ່ງ​ເດືອນ ​ສະ​ຫະ​ພາບ​ເອີ​ຣົບ​ກໍ​ໄດ້ປະ​ກາດ​ຂວ້ຳ​ບາດ​ເທື່ອນີ້ ຫຼັງສ​ປ​ປ​ເກົາຫຼີ​ຍິງ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ​ຄັ້ງຫຼ້າ​ສຸດ ໂດຍ​ຂ່າວ​ສານ​ສູນ​ກາງ​ສ​ປ​ປ​ເກົາຫຼີ​ລາຍ​ງານ​ວ່າ, ປະ​ເທດ​ຕົນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຍິງ​ຂີ​ປະ​ນາ​ວຸດ​ຍຸດ​ທະ​ສາດ​ໄລ​ຍະ​ກາງ​ແບບ​ໜ້າ​ດິນ​ສູ່​ໜ້າ​ດິນ​ໃນ​ວັນ​ທີ 12 ກຸມ​ພານີ້.

    ສະ​ພາ​ມົນ​ຕີ​ສະ​ຫະ​ພາບ​ເອີ​ຣົບ​ຖະ​ແຫຼງວ່າ, ມາດ​ຕະ​ການ​ຂວ້ຳ​ບາດ​ໃໝ່​ເຫຼົ່າ​ນີ້ ເປັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ມະ​ຕິ​ເລກ 2321 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ