ມາ​ເລ​ເຊຍ​ຢືນຢັນ​ພົບ​ຊາກ​ເຮືອບິນ​ໂດຍສານ​ຖ້ຽວ​ບິນMH370ຕື່ມ​ອີກ
2017-03-01 10:32:45  cri 
ທ່ານ​ລຽວຈົງ​ໄລ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ມາ​ເລ​ເຊຍ​ຢືນຢັນ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 28 ກຸມພາ​ຜ່ານ​ມາ​ວ່າ​ໄດ້​ພົບ​ຊາກ​ເຮືອບິນ​ໂດຍສານ​ຖ້ຽວ​ບິນ MH370 ອີກ​ສອງ​ຊິ້ນ​ສ່ວນ ​ແລະຈະ​ຖະ​ແຫຼ​ງລາຍ​ລະອຽດ​ໃນ​ຕໍ່ໜ້າ. ມາ​ຮອດປັດຈຸບັນ​ໄດ້​ພົບ​ຊາກ​ເຮືອບິນດັ່ງກ່າວ​ທັງ​ໝົດ 27 ຊິ້ນ​ສ່ວນ.

ທ່ານ​ລຽວຈົງ​ໄລກ່າວວ່າ: ປະ​ເທດ​ຕົນໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັບ​ບັນດາປະ​ເທດ​ອາ​ຟຣິກາ​ຢູ່​ລຽບ​ຕາມ​ຝັ່ງ​ມະຫາ​ສະໝຸດ​ອິນ​ເດຍ​​ ​ເພື່ອ​ໃຫ້​ປະ​ເທດຕ່າງໆ​ຊ່ວຍ​ຊອກ​ຫາ​ແລະ​ເກັບ​ໂຮມ​ຊີ້ນ​ສ່ວນ​ຊາກ​ເຮືອບິນ​ທີ່​ຖືກ​ຊັກ​ຂຶ້ນ​ຝັ່ງ.

ທ່ານ​ລຽວຈົງ​ໄລ​ຍັງ​ກ່າວ​ຕື່ມ​ວ່າ: ​ເມື່ອ​ໃດທີ່​ປະ​ເທດ​ອາ​ຟຣິກາ​ພົບ​ສິ່ງຂອງ​ທີ່​ໜ້າ​ສົງ​ໄສ​ກໍ​ຈະ​ແຈ້ງ​ມາ ​ທັນທີ ​ແລະ​ມາ​ເລ​ເຊຍ​ກໍ​ຈະ​ສົ່ງ​ໜ່ວຍ​ຄົ້ນ​ຫາ​ໄປ​ກູ້​ເອົາ​ຊາກ​ເຮືອບິນ​ທັນທີ.ທັງ​ນີ້, ກ່ອນ​ທ້າຍ​ປີ 2017, ​ເຈົ້າ​ໜ້າ​ທີ່​ສືບສວນ​ຈະ​ເຮັດ​ບົດ​ລາຍ​ງານ​ສະບັບສຸດ​ທ້າຍ​ກ່ຽວ​ກັບ​ການ​ຫາຍ​ສາບ​ສູນ​ຂອງເຮືອບິນ​ໂດຍສານ​ຖ້ຽວ​ບິນ MH370.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ