ອາ​ເມ​ລິ​ກາ-ສ ​ເກົາຫຼີ​ເປີດ​ການ​ຊ້ອມ​ຮົບ​ຮ່ວມ
2017-03-01 16:24:55  cri 

ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີຖະ​ແຫຼງ​ວ່າ: ການ​ຊ້ອມ​ຮົບ​ຮ່ວມ​ ສ ​ເກົາຫຼີ-ອາ​ເມ​ລິ​ກາ​ໃນ​ລະຫັດ "Foal Eagle"​ເລີ່​ມຂຶ້ນໃນ​ວັນ​ທີ 1 ມີນາ​ນີ້​ ​ຂະນະ​ທີ່​ໃນ​ມື້​ດຽວ​ກັນ,ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ສອງ​ປະ​ເທດ​ໄດ້​ສົນທະນາ​ທາງ​ໂທລະສັບ​ໂດຍ​ຢືນຢັນ​ຈະ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ສປປ ​ເກົາຫຼີ​ຢ່າງ​​ເຂັ້ມ​ແຂງ.

ການ​ຊ້ອມ​ຮົບ​ຮ່ວມ "Foal Eagle"​ ປີ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາສອງ​ເດືອນ ​ແລະເປັນ​ຄັ້ງ​ຍິ່ງ​ໃຫຍ່​ກວ່າ​ທຸກ​ຄັ້ງ​ຜ່ານ​ມາ​ໂດຍ​ອາ​ເມ​ລິ​ກາ​ຈະ​ສົ່ງ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ແມ່​ແຮງ​ນິວ​ເຄລຍ "Carl Vinson"​ແລະ​ອາວຸດ​ຍຸ​ດ​ໂທ​ປະກອນອື່ນໆ​​ເຂົ້າ​ຮ່ວມ. ສ່ວນ​ຫາງ​ສຽງ​ແລະ​ນັກວິຊາການ ​ສ ​ເກົາຫຼີ​ເຫັນ​ວ່າ ນັບ​ແຕ່​ມື້​ທຳ​ອິດ​ຂອງ​ການ​ຊ້ອມ​ຮົບ​ຮ່ວມ ​ສ ​ເກົາຫຼີ-ອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້​ສະຖານະ​ການ​ແຫຼມ​ເກົາຫຼີ​ຕົກ​ຢູ່ໃນ​ສະພາບ​ເຄັ່ງ​ຕຶງ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ