ຕ້ອງການທຶນ​ກໍ່ສ້າງພື້ນຖານ​​ໂຄງ​ລ່າງ​ອາຊີສະ​ເລ່ຍ 1.700 ຕື້​ໂດ​ລາ​ສະຫະລັດຕໍ່​ປີ
2017-03-01 10:40:36  cri 
ວັນ​ທີ 28 ກຸມພາ​ນີ້, ທະນາຄານ​ພັດທະນາ​ອາຊີ​ຫຼື ADB ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ "ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໃນການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອາຊີ" ຢູ່​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ວ່າ: ​ແຕ່​ປີ 2016 ຫາ​ປີ 2030, ຄວາມ​ຕ້ອງການ​ທຶນ​ເພື່ອກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຈະມີ​ຫຼາຍ​ກວ່າ 26.000 ຕື້​ໂດ​ລາ​ສະຫະລັດ ​ໂດຍສະ​ເລ່ຍ 1.700 ຕື້​ໂດ​ລາ​ສະຫະລັດຕໍ່​ປີ​ແລະ​ຄວາມ​ຕ້ອງການ​ດັ່ງກ່າວ​ກໍ​ມີຫຼາຍ​ກວ່າ 2 ​ເທົ່າ​ຂອງ​ຄາດໝາຍ​ດ້ານ​ນີ້ທີ່​ທະນາຄານ​ພັດທະນາ​ອາຊີ​​ເປີດ​ເຜີຍ​ເມື່ອ​ປີ 2009.

ບົດ​ລາຍ​ງານລະບຸ​ວ່າ: ​ໃນ​ຫຼາຍ​ສິບປີຜ່ານມາ, ກາ​ນກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ຂອງ 45 ປະ​ເທດ​ທີ່ຢູ່​ໃນ​ບົດ​ລາຍ​ງານ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ​ເສດຖະກິດ​ກໍ​ເຕີ​ບ​ໂຕ​ຢ່າງ​ວ່ອງ​​ໄວ,ສະພາບຄວາມທຸກ​ຍາກ​ໄດ້​ຫຼຸດລົງ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້ປ່ຽນ​ແປງດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ,ແຕ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງກໍ​ຍັງ​ມີ​ຄວາມ​​ແຕກ​ຕ່າງ​ກັນ​ເປັນ​ຕົ້ນ. ປະຊາຊົນ​ຫຼາຍ​ກວ່າ 400 ລ້ານ​ຄົນ​ຍັງ​ຂາດ​​ໄຟຟ້າຊົມ​ໃຊ້, ຫຼາຍ​ກວ່າ 300 ລ້ານ​ຄົນ​ບໍ່​ມີ​ນ້ຳ​ດື່ມ​ທີ່​ສະອາດ, ປະມານ 1 ຕື້ 500 ລ້ານ​ຄົນ​ບໍ່​ສາມາດ​​​ນຳ​ໃຊ້​ໂຄງ​ລ່າງ​ສາທາລະນະສຸກ​​ໂດຍ​ພື້ນຖານ​ໄດ້. ​ແນວ​ໃດ​ກໍ​ດີກາ​ນທີ່​ເສດຖະກິດພັດທະນາ​ຢ່າງ​ວ່ອງ​ໄວ​ນັ້ນ​ກໍໄດ້​ຊຸກຍູ້​ຄວາມ​ຕ້ອງການ​​ໃນການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ