ລັດຖະບານ​ປາ​​ແລັສຕິນ​ປະກາດ​ຈະ​ຈັດການ​ເລືອກ​ຕັ້ງ​ຢູ່​​ເຂດ​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ​
2017-03-01 10:41:22  cri 
ວັນ​ທີ 28 ກຸ​ມພາ​ນີ້, ລັດຖະບານ​ປາ​​ແລັສຕິນ​ໄດ້​ປະກາດ​ຈະ​ດຳ​ເນີນການ​ເລືອກ​ຕັ້ງ​ຢູ່​ເຂດ​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ວັນ​ທີ 13 ພຶດສະພາ​ປີ​ນີ້ ​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ການ​ຕໍ່ຕ້ານ​ຈາກກຸ່ມຮາ​ມັສຢູ່​ປະ​ເທດ​ດັ່ງກ່າວ ຈຶ່ງ​ຈະ​ບໍ່​ໄດ້​ດຳ​ເນີນການ​ເລືອກ​ຕັ້ງ​ຢູ່​ເຂດ​ກາຊາ​ທີ່​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ຂອງ​ກຸ່ມ​ຮາ​ມັສ.

​ຫຼັງ​ຈາກ​ກອງ​ປະຊຸມ​ຄະນະ​ລັດຖະບານ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງກ່າວ, ລັດຖະບານ​ປາ​​ແລັສຕິນໄດ້​ອອກ​ຖະ​ແຫຼ​ງການ ​ໂດຍ​ປະກາດ​ຕົກລົງ​​ເລື່ອງດັ່ງກ່າວ, ​ແຕ່​ຖະ​ແຫຼ​ງການ​ບໍ່​ໄດ້​ລະບຸ​ວ່າ​ການ​ເລືອກ​ຕັ້ງຈະຈັດ​ຂຶ້ນ​ຢູ່​ເຢລູຊາ​ເລັມ​ຕາ​ເວັນ​ອອກ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ