ຮອງ​ເລຂາທິການ​ໃຫຍ່ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ສາ​ບານຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ
2017-03-01 16:18:37  cri 
ວັນ​ທີ 28 ກຸມພາ​ນີ້, ທ່ານນາງ ອາ​ມີນາ ​ໂມ​ຮຳ​ເມັດ ຮອງ​ເລຂາທິການ​ໃຫຍ່​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງຢູ່​ສຳນັກງານ​ໃຫຍ່​​ນິວຢອກ, ​ໂດຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສະໜັບສະໜູນ​ວຽກ​ງານ​ຂອງ​ເລຂາທິການ​ໃຫຍ່​​ຫຼາຍ​ດ້ານ​ເຊັ່ນ: ການ​ພັດທະນາ​ແບບ​ຍືນ​ຍົງ,ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍແລະ​ບັນຫາ​ຊາວ​ໜຸ່ມ​ເປັນ​ຕົ້ນ.

ຂະນະ​ດຽວ​ກັນ ທ່ານ​ກໍ່​ໄດ້ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ຖືກ​ກັບ​ຄຳເວົ້າ​ຂອງ​ທ່ານ ອັນ​ໂທ​ນີ​ໂອ ກູ​ເຕີ​ເຣັສທີ່​ວ່າ: ການ​ພັດທະນາ​ແບບ​ຍືນ​ຍົງ​ບໍ່​ແມ່ນ​ຈຸດປະສົງ, ​ແຕ່​ກໍ​ແມ່ນ​ວິທີດີ​ທີ່​ສຸດ​ໃນ​ການ​ບັນລຸ​ສັນຕິພາບ​ຮອບດ້ານ ​ແລະ ​ເພື່ອ​​ເປົ້າ​ໝາຍ​ດັ່ງກ່າວ, ຕົນ​ຈະ​ສຸມ​ກຳລັງ​​ແຮງ​ແລະ​ສະຕິ​ປັນຍາຊ່ວຍ​ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ, ​ສະໜັບສະໜູນ​​ເລຂາທິການ​ໃຫຍ່​ກວດກາ​ລະບົບ​ການ​ພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຢ່າງຮອບດ້ານ. ນອກ​ນີ້, ກໍຈະ​ພະຍາຍາມ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍແລະ​ການ​ເພີ່ມ​ສິດ​​ໃຫ້ຊາວ​ໜຸ່ມ​ແລະ​ບັນຫາ​ອື່ນໆ​ໃຫ້​ມີຄວາມຄືບ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ