ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງສາທາ ປັບປຸງຄຸນນະພາບການບໍລິການປິ່ນປົວໃຫ້ດີຂຶ້ນກວ່າເກົ່າ
2017-03-01 14:55:35  cri 
   ຂປລ.​ ​​ໃນກອງ​ປະຊຸມ​ສາທາລະນະ​ສຸກ ​ທົ່ວ​ປະ​ເທດ​ປະ​ຈໍາປີ 2016, ​ໄດ້ຈັດ​ຂຶ້ນ​ ​ລະຫວ່າງ​ວັນ​ທີ 27-28 ກຸມພາ 2017 ນີ້.
ທ່ານ ສົມ​ດີ ດວງ​ດີ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ໂອ້​ລົມ ​ແລະ ​ໃຫ້​ທິດ​ຊີ້​ນໍາ ​ໂດຍ​ໄດ້​ເນັ້ນ​ໃຫ້ຂະ​
ແໜງ​ສາທາ​ ເອົາ​ໃຈ​ໃສ່ປັບປຸງ​ຄຸນນະ​ພາ​ບ ຂອງ​ການ​ບໍລິການຂອງ​ແພດ ​ແລະ ພະຍາບານ​ ເປັນ​ຕົ້ນ ​ພະນັກງານ​ຕ້​ອງມີ​ຄວາມ​ຮູ້​
ຄວາມ​ສາມາດ, ​ມີ​ຈັນ​ຍາ​ບັນ, ​ຈັນຍາ​ທໍາ, ໄປນຳ​ໃຊ້​ບໍລິການ​ຢູ່​ໂຮງໝໍ​ ກໍໄດ້​ຮັບ​ການຕ້ອນຮັບ​ທີ່​ດີ​ຈາກ​ແພດ ​ແລະ ພະຍາ​ບານ, ການ
ກວດ, ການ​ບົ່ງມະຕິ​ພະ​ຍາດ​ໄວ ​ແລະ ຊັດ​ເຈນ, ການ​ປິ່ນປົວດີ​ ຜູ້​ເຈັບ​ເປັນ​ກໍ​ພໍ​ອົກ​ພໍ​ໃຈ, ໄປ​ຄຽງ​ຄູ່​ກັບ​ການ​ຂະຫຍາຍລະບົບ​ປະກັນ​
ສຸຂະພາບ ​ແລະ ຮັບປະກັນ​ໃຫ້​ປະຊາຊົນ​ລາວ​ ມີ​ສຸຂະພາບ​ດີ, ​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ຮ່າງກາຍ ​ແລະ ​ໃຫ້​ມີ​ພາລະນາ​ໄມ​ສົມບູນ
ທີ່​ດີ. ​ເພາະ​ສຸຂະພາບ​ຂອງ​ປະຊາຊົນ​ລາວ​ ຍັງ​ມີ​ສິ່ງທ້າ​ທາຍຫລາຍ​ ເປັນ​ຕົ້ນ​: ອັດຕາການ​ຕາຍ​ຂອງ​ແມ່ ​ແລະ ​ເດັກ​ ຖ້າ​ທຽບ​ໃສ່ 10
ປີ ຜ່ານ​ມາ ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ​ ຖື​ວ່າ​ຍັງ​ສູງ​ຫລາຍ ​ແລະ ອັດຕາ​ການ​ຂາດສານອາຫານ​ ຂອງ​ເດັກນ້ອຍ​ລຸ່ມ 5 ປີ ກໍ​ຍັງ​ສູງ
​ແລະ ​ເປັນ​ອຸປະສັກ​ຕໍ່​ການ​ບັນລຸ​ຄາດໝາຍ ​ລືບ​ລ້າງ​ຄວາມທຸກ​ຍາກ. 

ພ້ອມນີ້, ກໍ​ຕ້ອງ​ເອົາ​ໃຈ​ໃສ່ຕື່ມ​ ຕໍ່​ການ​​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ, ອອກ​ແຮງ​ສູ້ຊົນ​ຈັດ​ຕັ້ງ​
ປະຕິບັດ ​ແຜນ​ປະຕິ​ຮູບ​ຂະ​ແໜງ​ສາ​ທາ​ລະນະສຸກ ​ແຕ່ປີ 2016-2020 ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ສະຫະ​ສະ​ວັດ ​ດ້ານ​ການ​ພັດທະນາ​
ທີ່​ຍັງ​ບໍ່​ທັນ​ບັນລຸ​ ເປັນ​ຕົ້ນ​ດ້ານ​ໂພ​ຊະນາ​ການ ​ແລະ ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ໃນ​ປີ 2030. ຂະນະ​ດຽວ​ກັນ ກໍ​ໃຫ້​ເອົາ​
ໃຈ​ໃສ່​ຄົ້ນຄວ້າ​ສ້າງ​​ແຜນ​ອັນ​ລະອຽດ ​ທີ່​ປະທານ​ປະ​ເທດ​ໄດ້​ໄປ​ຮັບຮອງ​ເອົາ​ ໃນ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ ​ແລະ 5 ຂົງ​ເຂດ​ການ
​ປະຕິ​ຮູບ​ຄື: ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ເງິນ​ສາທາລະນະ​ສຸກ, ຄຸນ​ນະພາ​ບການ​ບໍລິການ, ການ​ບໍລິຫານ​ຈັດການ​ແລະ
ຂໍ້​ມູນ​ຂ່າວສານ​ສາທາລະນະ​ສຸກ. ​ໃນນັ້ນ, ກໍ​ຕ້ອງ​ເອົາ​ໃຈ​ໃສ່​ກໍ່ສ້າງ ຊັບພະຍາກອນ​ມະນຸດ, ພະນັກງານ​ຜູ້​ຊ່ຽວຊານ​, ຜູ້​ສໍາ​ນານ​ງານ​ໃຫ້​
ຫລາຍ​ຂຶ້ນ, ສ້າງ​ນັກ​ຄົ້ນຄວ້າ ​ວິທະຍາສາດ​ການ​ແພດ, ສໍາຄັນການ​ກໍ່ສ້າງ​ພະນັກງານ ​ຕ້ອງ​ໃຫ້​ມີ​ຄຸນ​ນະພາ​ບບໍ່​ຄວນ​ແລ່ນ​ນໍາ​ປະລິມານ,
ສ່ວນ​ຂະ​ແໜງ​ສາທາ​ຢູ່​ແຕ່ລະ​​ແຂວງ, ​ແຕ່ລະ​ທ້ອງ​ຖິ່ນ ກໍ​ໃຫ້​ມີ​ການຈັ​ດສັນ​ງົບປະມານ ​ແລະ ຊ່ວຍ​ປຸກລະດົມ​ພໍ່​ແມ່​ປະຊາຊົນ ​ໃນ​ການ
​ເຂົ້າ​ຮ່ວມ​ກິດຈະ​ກໍາ​ຕ່າງ​ໆ​ ເປັນ​ຕົ້ນ:ຂະ​ບວນການ​ສັກ ​ແລະ ຢອດ​ຢາ​ກັນ​ພະຍາດ​ແລະ ຂະ​ບວນການ​ຕ້ານ​ ການລະບາດ​ຂອງ​ພະຍາດ
ເພາະ​ຂະ​ແໜງ​ສາທາລະນະ​ສຸກ ກໍ​ເປັນ​ຂະ​ແໜງ​ການ​ໜຶ່ງ​ທີ່​ສໍາຄັນ ​ໃນ​ການ​ປະກອບສ່ວນ​ເຮັດ​ໃຫ້​ປະຊາຊົນ​ຫລຸດຜ່ອນ​ຈາກ​ຄວາມທຸກ​
ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ