ທະນາຄານ​ກາ​ນາ​ເດຍປະ​ເທດ​ກຳປູ​ເຈຍ​ເປີດ​ບໍລິການ​ເງິນ​ຝາກ​​ແລະ​ກູ້ຢືມ​ເງິນ​ຢວນ​ເປັນ​ຄັ້ງ​ທຳ​ອິດ
2017-03-01 11:53:26  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ສູ​ຫົງ​ຢູ ຜູ້​ຈັດການ​ພະ​ແນ​ກການ​ຕະຫຼາດສຳນັກງານ​ໃຫຍ່​ທະນາຄານ​ກາ​ນາ​ເດຍລາຊະ​ອານາ​ຈັກ​ກຳປູ​ເຈຍ​ກ່າວ​ຕໍ່​ສື່​ທ້ອງ​ຖິ່ນ​ໃນ​ວັນ​ທີ 28 ກຸມພາ​ຜ່ານ​ມາ​ນີ້​ວ່າ,ທະນາຄານ​ຕົນ​ຈະ​ເປີດ​ບໍລິການ​​ເງິນຝາກ​ແລະ​ກູ້​ຢືມ​ເງິນ​ຢວນ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ວັນ​ທີ 1 ມີນາ​ເປັນ​ຕົ້ນ​ໄປ​ເພື່ອ​ຊ່ວຍ​ຊຸກຍູ້​ການ​ຈໍລະ​ຈອນ​ເງິນ​ຢວນຢູ່ປະ​ເທດ​ຕົນ​ແລະ​ຮັບ​ໃຊ້​ການ​ພົວພັນກັນ​ທາງ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.ການ​ບໍລິການ​ຝາກ​ເງິນ​ຢວນທີ່​ເປີດ​ເປັນ​ຄັ້ງ​ທຳ​ອິດ​ນີ້​ມີຫຼາຍຮູບ​ແບບ​​ເປັນ​ຕົ້ນການ​ຝາກ​ເງິນ​ຢວນ​ແບບ​ປະຢັດ,ການ​ຊຳລະ​ສະ​ສາງ,ການ​ຝາກ​ປະຈຳ​ແລະ​ອື່ນໆ​ເຊິ່ງ​ເນັ້ນບໍລິການ​ທັງ​ລູກ​ຄ້າ​ພາຍ​ໃນປະ​ເທດ​ກໍ​ຄື​ນັກ​ລົງທຶນ​ແລະ​ນັກ​ທ່ອງ​ທ່ຽວ​ຈີນພ້ອມ​ທັງ​ສ້າງທ່າ​ແຮງ​​ໃນ​ປະ​ເພດ​ການ​ບໍລິການ​ເງິນ​ຢວນ​ແລະ​ດອກ​ເບ້ຍ​ເງິນ​ຝາກ.

ທ່ານ​ເສິນ​ສາງ​ຈ່ຽງ ຫົວໜ້າ​ທະນາຄານ​ຈີນ​ຫຼື BOC ສາຂາ​ພະນົມ​ເປັນ​ກ່າວຕໍ່​ນັກ​ຂ່າວ​ວ່າ,ສະ​ແດງ​ຄວາມ​ຍິນ​ດີ​ແລະ​ດີ​ໃຈ​ທີ່​ເງິນ​ຢວນ​ໄດ້ກ້າວ​​ສູ່​ສາກົນ,​ພ້ອມ​ທັງ​ເປັນ​ການເລັງ​​ໃສ່​ທ່ວງທ່າ​ການພັດທະນາ​​ເສດຖະກິດ​ໂລກ​​ໃນ​ອະນາຄົດ​ທັງ​ເປັນ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ປະ​ເທດ​ກຳປູ​ເຈຍຕື່ມ​ອີກ.

ທະນາຄານ​ກາ​ນາ​ເດຍ​ແມ່ນ​ໜຶ່ງ​ໃນ​ທະນາຄານ​ທຸລະ​ກິດ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ກຳປູ​ເຈຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ