ຕຳຫຼວດ​ເຮັດປືນ​ລັກ​ລັ່ນ​ຂະນະທີ່ປະທານາທິບໍດິຝຣັ່ງກ່າວ​ປາ​ໄສ
2017-03-01 16:22:45  cri 
ຕາມ​ຂ່າວສານ​ຊິນ​ຮວາ:ສື່​ຝຣັ່ງລາຍ​ງານ​ວ່າ,​​ໃນ​ຂະນະ​ທີ່​ທ່ານ​ຝຣັ່ງຊົວ ​ໂອນລອງ ປະທານາ​ທິບໍດີ​ຝຣັ່ງກ່າວ​ປາ​ໄສ​ໃນ​ພິທີ​ລົງມື​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ປະ​ເທດ​ຕົນ,ຕຳຫຼວດພິ​ເສດ​ທີ່​ຮັບຜິດຊອບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຜູ້​ໜຶ່ງ​​ໄດ້​ເຮັດ​ປືນ​ລັກ​ລັ່ນສົ່ງ​ຜົນ​​ເຮັດ​ໃຫ້​ສອງ​ຄົນ​ບາດ​ເຈັບ​​​ເລັກ​ໜ້ອຍ.

ສະຖານີ​ໂທລະພາບ​ຝຣັ່ງລາຍ​ງານ​ວ່າ,​ເຫ​ດການ​ປືນ​ລັກ​ລັ່ນດັ່ງກ່າວ​ບໍ່​ໄດ້​ເຮັດ​ໃຫ້​​ເກີດ​ເຫດ​ວຸ້ນວາຍ,ພຽງ​ແຕ່​ຂະນະ​ນັ້ນທ່ານ​​ໂອນ​ລອງ​ໄດ້​ຢຸດ​ການ​ກ່າວ​ປາ​ໄສ​ຊົ່ວຄາວຫຼັງຍິນ​ສຽງ​ປືນ​ຈາກ​ນັ້ນ​ກໍ​ໄດ້​ກ່າວ​ວ່າ, "ຫວັງ​ວ່າ​ບໍ່​ມີ​ເຫດການ​ຮ້າຍ​ແຮງ​ເກີດ​ຂຶ້ນ",​​ແລະສືບ​ຕໍ່ກ່າວປາ​ໄສ.ໜັງສືພິມ Le Parisien ລາຍ​ງານ​ວ່າ,ຫຼັງກ່າວ​ປາ​ໄສທ່ານ​ໂອ​ນລອງ​ໄດ້​​ເດີນທາງ​ໄປ​ຢາມ​ຜູ້​ບາດ​ເຈັບ.

ຂ່າວ​ລາຍ​ງານ​ວ່າ,​ເຈົ້າ​ໜ້າ​ທີ່​​ໄອ​ຍະ​ການ​ທ້ອງ​ຖິ່ນ​ຝຣັ່ງ​ໄດ້​ຍື່ນ​ມືເຂົ້າ​ມາ​ສືບ​ສວນສາ​ເຫດ​ເຫດດັ່ງກ່າວ​ນີ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ