ຈີນ-​ໄທ​ຮ່ວມ​ມື​ດ້ານ​ຮູບ​ເງົາ​​ໂທລະພາບ​ແລະສ້າງ​ຕັ້ງ​ບໍລິສັດ CIBN Film
2017-03-01 10:14:46  cri 
ຕາມ​ຂ່າວCRI: ພິທີ​ຖະ​ແຫຼ​ງຂ່າວ​ການ​ຮ່ວມ​ມື​ຮູບ​ເງົາ​ແລະ​ໂທລະພາບ​ຈີນ-​ໄທ ກໍ​ຄື​ການ​ສ້າງ​ຕັ້ງ​ບໍລິສັດ CIBN Film ທີ່​ນະຄອນຫຼວງ​ບາງກອກ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ກຸມພາ​ຜ່ານ​ມາ ​ໂດຍທ່ານ​ປະນັດ​ດາ ດິສະກຸນ ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ໄທ, ທ່ານ​ເສິນ​ຈ່ຽງ ທີ່​ປຶກສາ​ທູດ​ວັດທະນະທຳ​ຈີນ​ປະຈຳ​ໄທ ພ້ອມ​ດ້ວຍ​ແຂກ​ຜູ້​ມີ​ກຽດ, ນັກສະ​ແດງ​ຈີນ​ໄທ 50 ກວ່າ​ຄົນ ​ແລະ​ບຸກຄົນ​ໃນວົງ​ການ​ສື່​ມວນ​ຊົນ​ຈີນ​ໄທ 200 ກວ່າ​ຄົນ​​ເຂົ້າ​ຮ່ວມ​.

ການ​ລົງທຶນ​ສ້າງ​ຕັ້ງບໍລິສັດ CIBN Film ​​ເຊິ່ງແມ່ນ ບໍລິສັດ OCTV ທີ່​ຂຶ້ນ​ກັບ​ສຳນັກງານ​ໃຫຍ່​ອາຊີ​ຂອງ​ບໍລິສັດ CIBN ກໍ​ເພື່ອສ້າງ​ເປັນ​ເວທີ​ການ​ຮ່ວມ​ມື​ດ້ານ​ຮູບ​ເງົາ​ແລະ​ໂທລະພາບ​ຈີນ-​ໄທ, ປະສານ​ໂຄງການ​ແລະ​ເນື້ອ​ໃນ​ຮູບ​ເງົາ​ແລະ​​ໂທລະພາບ, ​ເຊື່ອມ​​ໂຍງ​ຕະຫຼາດ​ສອງ​ປະ​ເທດ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ຜະລິດ, ​ໂຄສະນາ ​ແລະ​ຈຳ​ໜ່າຍ​ຮູບ​ເງົາ​ແລະ​ໂທລະພາບ​ລະຫວ່າງ​ຈີນ-​ໄທ. ນີ້​ແມ່ນ​ກ້າວ​ທຳ​ອິດ​ທີ່​ສື່​ໃໝ່​ຈີນ​​ເຂົ້າ​ສູ່​ໄທ ​ແລະ​ເປັນ​ການ​ທົດ​ລອງ​ທີ່​​ເດັດດ່ຽວ ​ເພື່ອ​ຊຸກຍູ້​ໃຫ້​ຮູບ​ເງົາ​ແລະ​ໂທລະພາບ​ຈີນ​ແລະ​ໄທ​ກ້າວ​ໄປ​ສູ່​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ