ສະພາ​ຄວາມ​ໝັ້ນຄົງ​ບໍ່​ຮັບຮອງ​ຮ່າງ​ມະຕິ​ກ່ຽວ​ກັບ​ບັນຫາ​ອາວຸດ​ເຄມີ​ຂອງ​ຊີຣີ
2017-03-01 10:25:53  cri 

ຕາມ​ຂ່າວສານ​ຊິນ​ຮວາ: ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ຮ່າງ​ມະຕິ​ບັນຫາ​ອາວຸດ​ເຄມີ​ຂອງ​ຊີຣີ​ໃນ​ວັນ​ທີ 28 ກຸມພາ​ຜ່ານ​ມາ​​ເພື່ອ​ຂວ້ຳ​ບາດ​ບຸກຄົນ ​ແລະ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຊີຣີ​ໃນ​ຂໍ້​ກ່າວ​ຫາ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ, ​ແຕ່​ຜົນ​ປະກົດ​ວ່າ​ມີ​ການ​ເຫັນ​ດີ 9 ສຽງ, 3 ສຽງຄັດຄ້ານ ​ແລະ​ 3 ບັດ​ງົດ​ອອກສຽງ, ຣັດ​ເຊຍ, ຈີນ​ ​ແລະ​ໂບລີ​ເວ​ຍ​ອອກສຽງຄັດຄ້ານ, ກາ​ຊັກ​ສະຖານ, ​ເອຢິບ ​ແລະ​ເອ​ເຕ​ໂອ​ປີ​ໄດ້​ປ່ອນ​ບັດ​ສະຫຼະ​ສິດ. ຍ້ອນ່າ​ມີ​ປະ​ເທດ​ໃນ​ຄະນະ​ມົນຕີ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​​ຄັດຄ້ານ, ສະ​ນັ້ນ ສະພາ​ຄວາມ​ໝັ້ນຄົງ​ຈິ່ງບໍ່​ໄດ້ຮັບຮອງ​ຮ່າງ​ມະຕິ​ດັ່ງກ່າວ.

ທ່ານ​ຫຼິວ​ເຈຢີ ຜູ້ຕາງໜ້າ​ຖາວອນ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ຫຼັງ​ການ​ລົງ​ຄະ​ແນນ​ສຽງ​ວ່າ, ປັດຈຸ​ບັນ, ຍັງ​ພວມ​ກວດ​ສອບການ​ໃຊ້​ວັດຖຸ​ເຄມີ​ຜະລິດ​ເປັນ​ອາວຸດ​ຢູ່​​ປະ​ເທດຊີຣີ, ​ແຕ່​ກໍ​ມີບາງ​ປະ​ເທດ​ພັດ​ຕັ້ງ​ໃຈຢາກ​ລົງ​ຄະ​ແນນ​ສຽງ​ຕໍ່​ຮ່າງ​ມະຕິ​ດັ່ງກ່າວ ທັງໆ​ທີ່​ຜົນ​ການກວດ​ສອບຍັງ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຝ່າຍ​ຕ່າງໆ ​ແລະປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ຍັງ​ມີ​ຄວາມ​ເຫັນ​ຂັດ​ແຍ້​ງກັນຫຼາຍ​ຢ່າງ ​ເຊິ່ງຈະ​ບໍ່​ເປັນຜົນ​ດີ​ຕໍ່​ການຊຸກຍູ້​ການ​ເຈລະຈາ​ສັນຕິພາບເຊີ​ແນວ ​ແລະ​ຂະ​ບວນການ​ແກ້​ໄຂ​ບັນຫາ​ຊີຣີທາງ​ການ​ເມືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ