ຈີນແລະອາເມລິກາຮ່ວມກັນລະນຶກ "ຖະ​ແຫຼ​ງການຊຽງໄຮ" ຄົບຮອບ 45 ປີ
2017-03-01 16:37:58  cri 
ຕາມຂ່າວສານຊິນຮວາ: ສະຖານກົງ​ສຸນ​ໃຫຍ່​ຈີນ​ປະຈຳ​ເມືອງ​ໂລ​ສ​ແອ​ງ​ເຈີ​ລີ​ສຂອງ​ອາ​ເມ​ລິ​ກາ​ກັບ​ມູນ​ນິທິຣີຊາດ ນິກຊັນອາ​ເມ​ລິ​ກາ​ໄດ້​ຈັດ​ພິທີ​ລະນຶກ​​ເຖິງທ່ານຣີຊາດ ນິກຊັນ ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ເດີນທາງຢ້ຽມຢາມ​ຈີນ ກໍ​ຄື "ຖະ​ແຫຼ​ງການຊຽງໄຮ" ຄົບຮອບ 45 ປີ ຢູ່​ຫໍ​ສະໝຸດ​ນິກຊົງ​ທີ່​ເມືອງ​ຢໍບາ ລິນດາ ລັດ​ກາຣີ​ໂຟ​ເນຍຂອງ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 28 ກຸມພາ​ຜ່ານ​ມາ.

ທ່ານ​ຫຼິວຈ້ຽນ ກົງ​ສຸນ​ໃຫຍ່​ຈີນ​ປະຈຳ​​ໂລ​ສ​ແອ​ງ​ເຈີ​ລີ​ສກ່າວ​ໃນ​ພິທີ​ວ່າ,  "ຖະ​ແຫຼ​ງ​ການ​ຊຽງ​ໄຮ" ​ໄດ້​ຢືນຢັນ​ຫຼັກ​ໝັ້ນ​ປະ​ເທດ​ຈີນ​ດຽວ ທີ່​ເຕັມ​ໄປ​ດ້ວຍຄວາມ​ໝາຍ​ທາງປະຫວັດສາດຢ່າງເລິກ​ເຊິ່ງ. ພາຍຫຼັງ​ຈີນ​​ແລະ​ອາ​ເມ​ລິ​ກາ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​​ໃນ​ປີ 1979​ ​ແລະ​ຕະຫຼອດ​ໄລຍະ 38 ປີຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ລື່ນ​ກາຍ​ຂອບ​ເຂດ​ປະ​ຫວັດ​ສາດ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ປະ​ຊາ​ຄົມ​ໂລກ​ຕ່າງ​ກໍ​ຫວັງ​ໃຫ້ການ​ພົວພັນ​ຈີນ​-ອາ​ເມ​ລິ​ກາ​​ໝັ້ນຄົງ​ແລະ​ດີງາມ.

ວັນ​ທີ 28 ກຸມພາ 1972, ຈີນ​ແລະ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ອອກ ຖະ​ແຫຼ​ງການ​ຮ່ວມ​ສະບັບ​ທຳ​ອິດ​ລະຫວ່າງ​ສອງ​ປະ​ເທດ ນັ້ນ​ກໍ​ຄື "ຖະ​ແຫຼ​ງການ​ຊຽງ​ໄຮ" ​ໂດຍລະບຸວ່າ ອາ​ເມ​ລິ​ກາ​ໄດ້​ຮັບຮອງວ່າ​ "​ໃນ​ໂລກ​ນີ້​ມີ​ແຕ່​ປະ​ເທດ​ຈີນ​ດຽວ" ​ແລະ "​ໄຕ້​ຫວັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຈີນ" ຢ່າງ​ຈະ​ແຈ້ງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ