ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ ຢ້ຽມຢາມ​ຈີນ
2017-03-01 16:48:27  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ 28 ກຸມພາ​ຜ່ານ​ມາ​ນີ້​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ກະຊວງ​ການຕ່າງປະ​ເທດ​ຈີນ, ທ່ານ ຣີກິວ​ຊົງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ​​ໄດ້​ເດີນທາງ​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ 28 ກຸມພາ ຫາ​ວັນ​ທີ 4 ມີນາ.

ທ່ານ​ເກິ​ງສວງ​ກ່າວ​ວ່າ, ທ່ານ​ຫວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ພົບ​ປະ​ທ່ານຣີກິວ​ຊົງ, ຂະນະ​ທີ່ທ່ານ​ຫຼິວ​ເຈິ້ນໝິນ ຮອງ​ລັດຖະມົນຕີ ​ແລະ​ທ່ານ​ຂົງສວນ​ຢິ້ວ ຜູ້​ຊ່ວຍ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ເຈລະຈາ​ກັບ​ທ່ານຣີກິວ​ຊົງ ​ໂດຍສອງ​ຝ່າຍ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ ພ້ອມ​ດ້ວຍ​ບັນຫາ​ສາກົນ ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ທ່ານ​ເກິ​ງສວງ​ກ່າວ​ຕື່ມ​ວ່າ, ທ່ານຣີກິວ​ຊົງ​ເດີນທາງ​ຢ້ຽມຢາມ​ຈີນ​ເທື່ອ​ນີ້​ເປັນ​ການ​ພົບ​ປະ​ທາງ​ການ​ທູດ​ທີ່​ເປັນ​ປົກກະຕິ​ລະຫວ່າງ​ຈີນ​ກັບ ສປປ ​ເກົາຫຼີ ​ແລະ​ກໍ​ແມ່ນ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ ສປປ​ເກົາຫຼີ​​ທີ່ຢ້ຽມຢາມ​ຈີນ​ອີກ​ເທື່ອ​ໜຶ່ງ ພາຍຫຼັງ​ທ່ານຣີຊູ​ຊົງ ຮອງ​ປະທານ​ພັກ​ແຮງ​ງານ​ເກົາຫຼີ​​ໄດ້​ຢ້ຽມຢາມ​ເມື່ອ​ທ້າຍ​ເດືອນ​ພຶດສະພາ​ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ