UnionPay ສາກົນ​ຮ່ວມ​ກັບ​ຟີ​ລິບ​ປິນອອກບັດ​ຄົນ​ເມືອງ​ນະຄອນຫຼວງມາ​ນີລາ​​ໃບ​ທຳ​ອິດ
2017-03-01 16:53:26  cri 
ຕາມ​ຂ່າ​ວສານ​ຈີນ: UnionPay ສາກົນ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 1 ມີນາ​ນີ້​ວ່າ, ​ໄດ້​ຮ່ວມ​ມື​ກັບ​ບໍລິສັດ OmniPay ຟີ​ລິບ​ປິນ ອອກບັດ​ທະນາຄານ​ຄົນ​ເມືອງ​ນະຄອນຫຼວງ​ມະນີລາ​ບັດ​ທຳ​ອິດ ​ແລະບັດ UnionPay ຈະ​ເປັນ​ບັດ​ທະນາຄານ​ພຽງ​ໜຶ່ງ​ດຽວ​ສຳລັບ​ອຳນາດ​ການ​ປົກຄອງ​ນະຄອນຫຼວງ​ມະ​ນີລາ​ໃນ​ການ​ປ່ອຍ​ເງິນ​ອຸດ​ໜູນ​ປະ​ເພດ​ຕ່າງໆ​ໃຫ້​​ແກ່​ຄົນ​ເມືອງ​ຫຼວງ.

ບໍລິສັດ OmniPay ​ເປັນ​ອົງການ​ທະນາຄານ​ທີ່​ມີ​ສິດ​ອອກ​ບັດ UnionPay ທີ່​ໃຫຍ່​ທີ່​ສຸດ​ຂອງ​ຟີ​ລິບ​ປິນ ​ເຊິ່ງການຮ່ວມ​ມື​ກັບ UnionPay ສາກົນ ​ເນັ້ນ ຮ່ວມ​ກັນ​ອອກ​ບັດ​ຄົນ​ເມືອງ​ນະຄອນຫຼວງ​ມະ​ນີລາ​ຍີ່​ຫໍ້ UnionPay ​ເຊິ່ງ​ເປັນ​ບັດ​ທະນາຄານຊຳລະ​ເງິນ​ສາກົນ, ສາມາດ​ໃຊ້​ໄດ້​ໃນ 160 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່ມີ​ລະບົບ​ການ​ບໍລິການ​ຂອງ UnionPay.

ປັດຈຸບັນ, 10 ປະ​ເທດ​ໃນ​ອາ​ຊຽນ​ໄດ້​ອອກ​ບັດ ​ແລະ​ໃຫ້​ບໍລິການ UnionPay ​ເຊິ່ງການ​ບໍລິການ​ຂອງ UnionPay ຢູ່​ປະ​ເທດ​ເຫຼົ່າ​ນີ້​ນັບ​ມື້​​ຕິດ​ແທດ​ຕົວ​ຈິງ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ