ນັກສຶກສາລາວຄວ້າ 2 ລາງວັນໃນການແຂ່ງຂັນນະວັດຕະນຳຊາວໜຸ່ມຢູ່ ສປ ຈີນ
2017-03-02 16:26:08  cri 
ຂປລ. ນັກສຶກສາມະຫາວິທະຍາໄລແຫ່ງຊາດ 2 ທີມຈຳນວນ 6 ຄົນໄດ້ສ້າງຊື່ສຽງໃຫ້ແກ່ປະເທດຊາດພາຍຫຼັງຄວ້າລາງວັນນະວັດຕະ
ກຳຊາວໜຸ່ມຢູ່ ສປ ຈີນ ໃນຫົວຂໍ້  ການປ່ຽນແປງດິນຟ້າອາກາດ ແລະ ການປົກຄອງໄພພິບັດ ເມື່ອກາງເດືອນມັງກອນຜ່ານມາ
ແລະໄດ້ຈັດພິທີມອບຮັບໃບຍ້ອງຍໍນັກສຶກສາເຫຼົ່ານີ້ ໃນວັນທີ 28 ກຸມພາ 2017 ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະ
ທານຂອງທ່ານນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດພ້ອມດ້ວຍຄູອາຈານ ແລະນັກສຶກສາມະຫາວິທະຍາ
ໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານນາງສົມຈັນ ບຸນພັນມີໄດ້ກ່າວວ່າ: ມະຫາວິທະຍາໄລແຫ່ງຊາດໄດ້ສົ່ງນັກສຶກສາ6 ຄົນແບ່ງເປັນ 2ກຸ່ມເຂົ້າຮ່ວມການແຂ່ງຂັນນະວັດຕະກຳ
ຊາວໜຸ່ມກ່ຽວກັບການພັດທະນາແລະການປົກຄອງເຂດແມ່ນ້ຳລ້ານຊາງ-ແມ່ຂອງເຊິ່ງປີນີ້ສຸມໃສ່ຫົວຂໍ້ ການປ່ຽນແປງດິນຟ້າອາກາດ ແລະ
ການປົກຄອງໄພພິບັດ ໃນວັນທີ 12 ຫາ 16 ມັງກອນ 2017 ຢູ່ນະຄອນໜານໜິງ ສປ ຈີນ.ສຳລັບການແຂ່ງຂັນຄັ້ງນີ້ປະກອບມີ 6ປະເທດ
ເຂົ້າຮ່ວມເຊິ່ງຜົນການແຂ່ງຂັນແມ່ນນັກສຶກສາລາວໄດ້ຮັບລາງວັນທັງສອງທີມ.ນາງສົມຈັນບຸນພັນມີຍັງໄດ້ເວົ້າຕື່ມວ່າການສົ່ງນັກ
ສຶກສາເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ຈຸດປະສົງເພື່ອເປັນການສ້າງຂະບວນການກະຕຸກຊຸກຍູ້ໃຫ້ນັກສຶກສາມະຫາວິທະຍາໄລແຫ່ງຊາດຫັນ
ມາສົນໃຈການຄົ້ນຄວ້າແລະໝູນໃຊ້ຫົວຄິດປະດິດສ້າງໃນສິ່ງທີ່ເຮົາມີຄືຄວາມອຸດົມສົມບູນທາງທຳມະຊາດໃຫ້ເກີດປະໂຫຍດສູງສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ