ໄຂເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ການທ່ອງທ່ຽວ​ຈີນ-ມຽນມາ​ຄັ້ງ​ທຳ​ອິດ​​ຢູ່​ເນ​ປີ​ດໍ
2017-03-02 10:44:37  cri 

ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ການທ່ອງທ່ຽວ​ຈີນ-ມຽນມາ​ຄັ້ງ​ທຳ​ອິດ​ໃນ​ຫົວ​ຂໍ້ "ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ--ພະລັງ​ແຮງ​ໃໝ່​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ມຽນມາ"​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງເນ​ປີ​ດໍປະ​ເທດ​ມຽນມາ​ໃນ​ວັນ​ທີ 1 ມີນາ​ນີ້​​ໂດຍທ່ານ​ຕູ້​ຈ່ຽງ ຮອງ​ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​, ​ທ່ານ​ອົງ​ມອງ ລັດຖະມົນຕີ​ກະຊວງ​ໂຮງ​ແຮມ​ແລະ​ທ່ອງ​ທ່ຽວ​ມຽນມາ​ແລະ​ແຂກຮັບ​ເຊີນ​ທັງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ.

ທ່ານ​ຕູ້​ຈ່ຽງ ຮອງ​ຫົວໜ້າ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວວ່າ ປີ​ນີ້​ເປັນ​ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຈີນ-ອາ​ຊຽນ ​ເຊິ່ງການຈັດເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ມີ​ຄວາ​ມໝາຍທີ່​ສຸດ​ໃນ​ບັນຍາກາດໃໝ່​ທີ່​ຈີນ-ມຽນມມາ​ໄດ້​ເສີມຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ​ແນວ​ໃດ​ກໍ​ດີ, ຈີນ​ຕັ້ງໜ້າ​ສະໜັບສະໜູນ​ຫົວໜ່ວຍ​ທຸລະ​ກິດ​ການທ່ອງທ່ຽວປະ​ເທດ​ຕົນ​ເຂົ້າ​ໄປລົງທຶນ​​ແລະ​ພັດທະນາ​ທຸລະ​ກິດ​ຢູ່​ມຽນມາ​ເພື່ອ​ບັນລຸ​​​ເປົ້າ​ໝາຍຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ​ຂະນະ​ດຽວ​ກັນ,ຈີນ​ກໍ​ຍິນ​ດີ​ຕ້ອນຮັບ​ຫົວໜ່ວຍ​ທຸລະ​ກິດ​ການທ່ອງທ່ຽວ​ມຽນມາ​ເຂົ້າ​ມາ​ດຳ​ເນີນ​ທຸລະ​ກິດ​ຢູ່​ຈີນ​. ຈາກ​ນີ້ ຈິ່ງຫວັງ​ວ່າ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ຈະ​ຄົ້ນຄວ້າ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຈີນ-ມຽນມາຢ່າງ​ເຕັມ​ສ່ວນທັງ​ເຕົ້າໂຮມ​ຄວາມ​ເປັນ​ເອກະ​ພາບ​ຕື່ມ​ອີກ,​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ເພື່ອ​ໃຫ້​ໄດ້​ຮັບ​ໝາກຜົນຫຼາຍ​ຂຶ້ນ.

​ໄລຍະ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ດັ່ງກ່າວຍັງ​ຈະ​ຈັດກິດຈະກຳ​ຕ່າງໆ​ເປັນ​ຕົ້ນ ການ​ປຶກສາ​ຫາລື​ລະຫວ່າງ​ຫົວໜ່ວຍ​ທຸລະ​ກິດ​ການທ່ອງທ່ຽວ​ຈີນ-ມຽນມາ, ການ​ນຳ​ສະ​ເໜີ​ຜະລິດ​ຕະພັນ​ການທ່ອງທ່ຽວ​ຂອງ​ຫົວໜ່ວຍ​ທຸລະ​ກິດ​ການທ່ອງທ່ຽວ​ຈີນ-ມຽນມາ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ