ແຂວງ​ໄຫ​ຫຼຳ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ສິນ​ໃນ​ນ້ຳກັບປະ​ເທດ​ອ້ອມ​ຂ້າງຢູ່​ທະ​ເລ​ຈີນ​ໃຕ້
2017-03-02 15:52:59  cri 
ກອງ​ປະຊຸມ​ວຽ​ກງານ​ທາງທະ​ເລ​ແລະ​ການ​ປະມົງ​ແຂວງ​ໄຫ​ຫຼຳຈີນ​ໄດ້​ຢືນຢັນ​ໃນ​ວັນ​ທີ 1 ມີນາ​ນີ້​ວ່າ: ​ແຂວງ​ຕົນ​ຈະ​ປິ່ນ​ປ້ອມ​ການ​ກໍ່ສ້າງ "ວົງ​ຮ່ວມ​ມື​ເສດຖະກິດ​ທະ​ເລ​ຈີນ​ໃຕ້"​ໂດຍ​ສົ່ງ​ເສີມ​ການ​ຮ່ວມ​ມື​ກັບປະ​ເທດ​ອ້ອມ​ຂ້າງ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ຂະ​ແໜງ​ການ​ຕ່າງໆ​ເປັນຕົ້ນ ການ​ຄ້າ​ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳ, ການ​ຂົນ​ສົ່ງສິນ​​ໃນ​ນ້ຳແຊ່​ແຂງ​ແລະການ​ຮັບ​ເໝົາ​ປຸງ​ແຕ່ງ​​.

ທ່ານ​ຈ່າງ​ຈຸ່ນ ຫົວໜ້າ​ພະ​ແນ​ກການ​ທະ​ເລ​ແລະ​ການ​ປະມົງ​ແຂວງ​ໄຫ​ຫຼຳກ່າວ​ວ່າ: ​ແຂວງ​ຕົນ​ຈະ​ສ້າງ​ຕັ້ງ​ແລະປັບປຸງ​ລະບົບ​ຕະຫຼາດ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳ​ໃຫ້​ສົ​ມບູນ ​ເພື່ອ​ກ້າວ​ໄປ​ສູ່​ການສ້າງ​ແຂວງ​ຕົນ​ໃຫ້​ເປັນ​ສູນ​ຊື້​ຂາຍ​ຜະລິດ​ຕະພັນ​ສິນ​​ໃນ​ນ້ຳ​ທີ່​ໃຫຍ່​ທີ່​ສຸດ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ແລະ​ສ້າງ​ຕັ້ງ​ເວັບ​ໄຊ​ຊື້​ຂາຍ​ຜະລິດ​ຕະພັນ​ສິນ​ໃນ​ນ້ຳຂຶ້ນ. ຂະນະ​ດຽວ​ກັນ​ກໍ​ເນັ້ນສົ່ງ​ເສີມ​ການ​ເຮັດ​ໃຫ້ການ​ບໍລິ​ໂພ​ກສິນ​ໃນ​ນ້ຳ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ການທ່ອງທ່ຽວ​ທົ່ວ​ເຂດ​ແຄວ້ນ​ຢ່າງ​ກົມກຽວ​ເພື່ອ​ສ້າງຍີ່​ຫໍ້​ສາທາລະນະ​ໃນ​ພາກ​ພື້ນ. ​ເຊັ່ນ​ດຽວ​ກັນ​ໃນປີ​ນີ້, ​ແຂວງ​ຕົນ​ຈະຫຼຸດຜ່ອນ​ການ​ຫາ​ປາ​ຢູ່​ທະ​ເລ​ໃກ້, ສົ່ງ​ເສີມ​ການກວດກາ​ປະ​ເພດ​ເຮືອ​ຫາ​ປາທີ່​ບໍ່​ໄດ້​ນຳ​ໃຊ້ເຂົ້າອູ່ ​ແລະ​ຊຸກຍູ້​ການ​ປະຕິບັດ​ໂຄງການ​ຍົກ​ລະດັບ​ເຮືອ​ຫາ​ປາ​ຂອງ​​ເກາະ​ນານ​ຊ່າ, ສົ່ງ​ເສີມ​ການພັດທະນາ​ການ​ຫາ​ປາ​ຢູ່​ນອກ​ທະ​ເລ​​ແລະ​ທະ​ເລ​​ໄກ ທັງ​ສະໜັບສະໜູນ​ຊາວ​ປະມົງ​ຫຼຸດ​ຈຳນວນ​ເ​ຮື​ອຫາ​ປາ​ໂດຍ​ຫັນ​ໄປຜະລິດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ