ສະພາ​ຄວາມ​ໝັ້ນຄົງ​ກ່າວ​ປະນາມ​ເຫດການ​ລະ​ເບີດຊ້ອນ​ຢູ່​ອັຟກາ​ນິສະຖານ
2017-03-02 15:56:27  cri 
ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼ​ງການ​ໃນ​ວັນ​ທີ 1 ມີນາ​ນີ້​ໂດຍ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດຊ້ອນ​ຢູ່​ນະຄອນຫຼວງ​ກາ​ບູນປະ​ເທດ​ອັຟກາ​ນິສະຖານ ທັງ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສຸມ​ທຸກ​ຄວາມ​ພະຍາຍາມ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ.

ຖະ​ແຫຼ​ງການ​ຢ້ຳວ່າ ສະພາ​ຄວາມ​ໝັ້ນຄົງ​​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ​ຕໍ່​ກຸ່ມ​ຕາ​ລີ​ບັນ,ກຸ່ມ​ອັນ​ໄກ​ດາ,ກຸ່ມ​ISພ້ອມ​ດ້ວຍ​ກຸ່ມ​ປະກອບ​ອາວຸດ​ຜິດ​ກົດໝາຍ​ຈຳນວນ​ໜຶ່ງ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ປະຊາຊົນ​,ກອງທັບ,ກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ອັຟກາ​ນິສະຖານ ທັງ​​ເນັ້ນ​ວ່າ​ຕ້ອງ​ຈັບຜູ້ປະຕິບັດ,ຜູ້​ບົ່ງ​ການ​,ຜູ້​​ໃຫ້ທຶນ​ແລະ​ຜູ້​ສະໜັບສະໜູນ​ການ​ກໍ່​ການ​ຮ້າຍ​ເຫຼົ່າ​ນີ້​ມາ​ລົງ​ໂທດ​ຕາມ​ກົດໝາຍ ທັງ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສຸມ​ທຸກ​ຄວາມ​ພະຍາຍາມ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ.

ຖະ​ແຫຼ​ງການ​ລະບຸ​ວ່າ: ບໍ່​ວ່າຄວາມ​ຮຸນ​ແຮງ​ຫຼື​ການ​ກໍ່​ການ​ຮ້າຍ​ໃດໆ​ກໍ​ຕາມ​ລ້ວນ​ແຕ່​ບໍ່​ສາມາດ​ກີດຂວາງ​ຂະ​ບວນການ​ສັນຕິພາບ​ທີ່​ນຳ​ໂດຍ​ຊາວ​ອັຟກາ​ນິສະຖານ​ແລະ​ສົ່ງ​ເສີມ​ໃຫ້​ອັຟກາ​ນິສະຖານ​ບັນລຸ​ສັນຕິພາບ,ປະຊາທິປະ​​ໄຕ​ແລະ​ສະ​ຖຽນລະ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ