ເລີ່​ມ​ໂຄສະນາຈຳໜ່າຍ​ປື້​ມ "ພາ​ທ່ານ​ທ່ຽວ​ປັກ​ກິ່ງ"ຢູ່​ນະຄອນຫຼວງ​ເນ​ປີ​ດໍ​​ເປັນ​ພາສາ​ມຽນມາ
2017-03-02 11:20:20  cri 


ການໂຄສະນາ​ຂາຍແຜນ​ທີ່ຊີ້​ທາງ​ການທ່ອງທ່ຽວ​ຈີນ​ທີ່ຮຽບຮຽງ​​ແປ​ເປັນ​ພາສາ​ມຽນມາ​ແລະ​ຜະລິດ​ເປັນ​ປື້​ມ​ເຫຼັ້ມທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມ​ສາກົນ​ທີ​ສອງ​​ນະຄອນຫຼວງ​ເນ​ປີ​ດໍ​ປະ​ເທດມຽນມາ​ໃນ​ວັນ​ທີ 1 ມີນາ​ນີ້.


​ຈາກ​ການ​ຈັດ​ກິດຈະກຳ​ດັ່ງກ່າວ ໃນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືດ້ານການ​ທ່ອງ​ທ່ຽວ​ຈີນ-ມຽນມາ​ ​ແລະ​ຫ້ອງວາງສະ​ແ​ດງ​ແລະ​ໂຄ​ສະນາ​ຈຳໜ່າຍປື້​ມ​ໃໝ່​ນັ້ນ​ສາມາດດຶງ​ດູດ​ຄວາມ​ສົນ​ໃຈ​ຈາກບັນດາ​ແຂກ​ຜູ້​ມີ​ກຽດ​ໄດ້​ເປັນ​ຢ່າງ​ດີ. ທ່ານ ຕູ້​ຈ່ຽງ ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດຈີນ​ທີ່​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລືດັ່ງກ່າວ​ເປີດ​ເຜີຍວ່າ: ການທ່ອງທ່ຽວ​ແມ່ນ​ຊ່ອງ​ທາງ​​ສຳຄັນ​ທີ່​ສຸດ​ໃນ​ການເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນສອງ​ປະ​ເທດ ທັງແມ່ນ​ພື້ນຖານຂອງ​ຄວາມ​ເປັນ​ເອກະ​ພາບໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ທາງ​ການ​ທູດ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດຕື່ມ​ອີກ. ການ​ໂຄ​ສະນາ​ຈຳໜ່າຍ​ປື້​ມດັ່ງກ່າວ​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ໃຫຍ່​ຫຼວງ​ໃນ​ການ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ແລະ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ປະຊາຊົນ​ ​ແລະ ສົ່ງ​ເສີມ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດໃຫ້​ດີ​ຂຶ້ນ.


ປື້​ມ "ພາ​ທ່ານ​ທ່ຽວ​ປັກ​ກິ່ງ" ສະບັບ​ພາສາ​ມຽນມາ​ຮຽບຮຽງ​ແລະ​ພິມ​​ໂດຍ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ເຫຼັ້ມ​ນີ້​ໄດ້​ບັນ​ລະ​ຍາຍ​ສະພາບ​ໂດຍຫຍໍ້​ແລະ​ປະ​ຫວັດ​ສາດ​ຂອງ​ປັກ​ກິ່ງ, ​ແຫຼ່ງທ່ອງທ່ຽວຍອດ​ນິຍົມ, ສະຖາປັດຕະຍະກຳ​ບູຮານທາງ​ພຸດທະ​ສາສະໜາ, ການ​ອອກ​ເດີນທາງ ວິທີ​ການ​ຊື້​ສິນຄ້າ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ