ເກີດ​ເຫດ​ລະ​ເບີດຕໍ່​ເນື່ອງ​ຢູ່​ນະຄອນຫຼວງ​ກາ​ບູນ ​ເຮັດ​ໃຫ້ 16 ຄົນ​ເສຍ​ຊີວິດ ​ແລະ 59 ຄົນ​ບາດ​ເຈັບ
2017-03-02 15:25:12  cri 
ວັນ​ທີ 1 ມີນາ​ນີ້, ຢູ່​​ເທສະບາ​ນນະຄອນຫຼວງ​ກາ​ບູນປະ​ເທດ​ອັຟກາ​ນີສະຖານ​ໄດ້​ເກີດ​ເຫດ​ລະ​ເບີດ​ຕໍ່​ເນື່ອງ​ສອງ​​ເທື່ອ​ແລະ​ຫຼັງ​ເກີດ​ເຫດ, ​ເຈົ້າ​ໜ້າ​ທີ່ກະຊວງ​ສາທາລະນະ​ສຸກ​ປະ​ເທດ​ດັ່ງກ່າວ​ໄດ້​ຢັ້ງຢືນ​ວ່າ: ​ປັດຈຸບັນມີ​​ ​ປະຊາຊົນ​ຢ່າງ​ໜ້ອຍ 16 ຄົນ​ເສຍ​ຊີວິດ ​ແລະ 59 ຄົນ​ບາດ​ເຈັບ​​ເຊິ່ງມີທັງ​ແມ່ຍິງ​ແລະ​ເດັກນ້ອຍ.

​​ເຫດ​ລະ​ເບີດ​​ເທື່ອ​ທຳ​ອິດ​ເກີດ​ຂຶ້ນ​​ໃນ​ເວລາ 12 ​ໂມງ 40 ນາທີ​ຂອງ​ວັນ​ທີ 1 ມີນາ​ນີ້ ຢູ່ສະຖານ​ທີ່​ໃກ້​​ເຂດ​ຕຳຫຼວດ​ທີ 6 ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ກາ​ບູນ​ແລະ​ຖັດມາ​ໃນ​ເວລາ 13 ​ໂມງ​ຂອງ​ວັນ​ດັ່ງກ່າວ ​ເກີດ​ຂຶ້ນ​ຢູ່​ໃກ້​ເຂດ​ຕຳ​ຫຼວດທີ 12 ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ກາ​ບູນ​ ທັງ​ນີ້ສື່​ມວນ​ຊົນ​ລາຍ​ງານ​ວ່າ: ​ເປົ້າ​ໝາຍການ​ໂຈມ​ຕີ​ຄັ້ງ​ນີ້ຄື​ຕຶກຂອງ​ກົມ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ແລະ​ຂະນະ​ເກີດ​ເຫດ, ຜູ້​ໂຈມ​ຕີ​ໄດ້​ຕາຍຄາ​ທີ່​ຫຼັງ​ຈູດ​ລະ​ເບີດ ​ເຮັດ​ໃຫ້​ປະຊາຊົນ 5 ຄົນ​ບາດ​ເຈັບ.

ຂ່າວ​ແຈ້ງວ່າ:ກຸ່ມ​ຕາ​ລີ​ບັນ​ໄດ້​ປະກາດ​ເປັນ​ຜູ້​ກໍ່​ເຫດໂຈມ​ຕີ​ສອງ​​ເທື່ອ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ