​ໄທ​ແກ່ຍາວ​ເວລາ​ຍົກ​ເວັ້ນວີ​ຊາ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ​​ອີກ 6 ​ເດືອນ
2017-03-02 17:04:11  cri 
ຕາມ​ຂ່າວສານ​ຈີນ:ສຳ​ນັກ​ງານ​​ການທ່ອງທ່ຽວ​ແຫ່ງ​ຊາດ​ໄທ​ປະຈຳ​ຄຸນ​ໝິງປະ​ເທດ​ຈີນ​ໄດ້​ປະກາດ​ຂ່າວ​​ໃນ​ວັນ​ທີ 1 ມີນາ​ນີ້​ວ່າ,ກະຊວງ​ພາຍ​ໃນ​ປະ​ເທດ​ຕົນ​ໄດ້​ອອກຂໍ້​ກຳນົດວ່າ,ນັບ​ແຕ່​ວັນ​ທີ 1 ມີນາ​ເຖິງ​ວັນ​ທີ 31 ສິງຫາປີ 2017 ນີ້​ຈະ​ຍົກ​ເວັ້ນວີ​ຊາ​ທ່ອງ​ທ່ຽວ​ແລະ​ຫຼຸດຄ່າ​ວີ​ຊາ​ກັບ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວ​ຈາກ​ແຜ່ນດິນ​ໃຫຍ່​ຈີນ​ແລະ​ແຫ່ງ​ອື່ນໆ​ເປັນ​ການ​ຊົ່ວຄາວ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ສຳນັກງານ​ດັ່ງກ່າວ​​ເນັ້ນ​ວ່າ,ພົນລະ​ເມືອ​ງຈາກປະ​ເທດ​ແລະ​ເຂດ​ແຄວ້ນ​ເຫຼົ່ານີ້​ລວມທັງ​ແຜ່ນດິນ​​ໃຫຍ່​ຈີນ​ແລະ​ເຂດ​ໄຕ້​ຫວັນ​ຈີນ​ພ້ອມ​ທັງ​ປະ​ເທດ​ມານ​ດິບ​ເປັນ​ຕົ້ນ​ທີ່ຂໍ​ວີ​ຊາ​ທ່ອງ​ທ່ຽວ​ປະ​ເທດ​ໄທ​ເຂົ້າ​ເມືອງ​ເທື່ອ​ດຽວ​ຈະ​ໄດ້​ຍົກ​ເວັ້ນຄ່າ​ວີ​ຊາ,​ແຕ່​ຜູ້​ທີ່​ຂໍ​ວີ​ຊາ​ນຳ​ດ່ານ​ເຂົ້າ​ເມືອງ​ທີ່​ອົງການ​ກວດ​ຄົນ​ເຂົ້າ​ເມືອງ​ກຳນົດ​ນັ້ນ​ຈະ​ຕ້ອງ​ຈ່າຍ​ພຽງ​ແຕ່ 1 ພັນ​ບາດ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ