ຍານ​ສຳ​ຫຼວດດາວ​ອັງຄານ​ຂອງ​ຈີນ​ເຂົ້າ​ສູ່​​ໄລຍະ​ຄົ້ນຄວ້າ​ອອກ​ແບບຜະລິດ
2017-03-02 17:06:05  cri 
ຕາມ​ຂ່າວສານ​ຊິນ​ຮວາ:ທ່ານ​ເຢ້​ເຜີຍ​ຈ້ຽນ ກຳມະການ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດຄັ້ງ​ທີ 5 ສະ​ໄໝ​ທີ 12 ທັງ​ເປັນ​ທີ່​ປຶກສາ​ລະບົບ​ຍານ​ສຳ​ຫຼວດດາວ​ອັງຄານ​ກຸ່ມ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ການບິນ​ອະ​ວະ​ກາດ​ຈີນ​​ໃຫ້​ສຳພາດ​ວ່າ,ໜ້າ​ທີ່ສຳ​ຫຼວດດາວ​ອັງຄານຄັ້ງ​ທຳ​ອິດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ການ​ຄົ້ນຄວ້າອອກ​ແບບ​ຜະລິດ​ແລ້ວ​ແລະ​ປັດຈຸບັນມີ​ຄວາມ​ຄືບ​ໜ້າ​​ແລ້ວ.

​ໃນ​ຖານະ​ເປັນ​ໜ້າ​ທີ່​ສຳຄັນ​ໃນ​ການ​ສຳຫຼວດອະ​ວະ​ກາດ​ຊັ້ນ​ເລິກ,ໜ້າ​ທີ່​ຄວບ​ຄຸມ​ດາວ​ອັງຄານ​ແລະ​ລາດຕະ​ເວນ​ທົ່ວ​ເຂດ​ແຄວ້ນ​ຄັ້ງ​ທຳ​ອິດ​ຂອງ​ຈີນກໍ​ໄດ້ສ້າງ​ຕັ້ງ​ໂຄງການ​ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ​ມັງກອນ​ປີ 2016 ​ໂດຍ​ມີ​ແຜນ​ສົ່ງ​ຍານ​ສຳ​ຫຼວດດາວ​ອັງຄານ​ເຂົ້າ​ສູ່​ວົງໂຄຈອນ​ໂດຍ​ກົງ​ດ້ວຍ​ຈະ​ຫຼວດສົ່ງ​ຍານ​ສາງ​ເຈິ່ງ 5 ຢູ່​ຖານຍິງ​ສົ່ງ​ການບິນ​ອະ​ວະ​ກາດ​​ເຫວີ​ນຊ່າງ​​ລະຫວ່າງ​ເດືອນ​ກໍລະກົດ​ແລະ​ເດືອນ​ສິງຫາ​ປີ 2020 ​ໂດຍ​ຍານ​ສຳ​ຫຼວດດາວ​ອັງຄານ​ຈະ​ໃຊ້​ເວລາ​ການ​ບິນ​ປະມານ 7 ​ເດືອນ​ແລະ​ຈາກ​ນັ້ນ​ກໍ​ຈະຖືກ​ດາວ​ອັງຄານ​ຈັບ​ໄດ້​ເພື່ອ​ບັນລຸ 3 ​ເປົ້າ​ໝາຍ​ໃນ​ຄັ້ງ​ດຽວ​ຄື "ປິ່ນອ້ອມ,ລົງ​ຈອດ​ແລະລາດ​ຕະ​ເວນ.

ທ່ານ​ກ່າວ​ຕື່ມ​ວ່າ,ການ​ບັນລຸ 3 ​ເປົ້າ​ໝາຍ​ດັ່ງກ່າວໃນ​ຄັ້ງ​ດຽວ​ນັ້ນ,ຜ່ານ​ມາ​ບໍ່​ທັນ​ມີ​ປະ​ເທດ​ໃດ​ເຮັດ​ໄດ້​ເພາະ​ຕ້ອງ​​ໄດ້ປະສານ​ງານ​ໜ້າ​ວຽກ​ຕ່າງໆ​ໃຫ້​ດີ​ແລະ​ປະສົບ​ສິ່ງ​ທ້າ​ທາຍາ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ