ວິ​ສາ​ຫະກິດ​ຍີ່​ປຸ່ນ​ສ້າງ​ເວັບ​ໄຊ​ພາສາ​ຈີນ​ຫວັງຍາດ​ແຍ່ງ​ຕະຫຼາດການ​ຄ້າ​ເອ​ເລັກ​ໂຕຣນິກຈີນ
2017-03-02 17:07:58  cri 
ຕາມ​ຂ່າວສານ​ຊິນ​ຮວາ:ຄຽງ​ຄູ່​ກັບ​ການ​ພັດ​ທະນາ​ຢ່າງ​ຄຶກຄັກ​ຂອງ​​ການ​ຄ້າ​ເອ​ເລັກ​ໂຕຣນິກ​ໂດຍມີ​ວິ​ສາ​ຫະກິດ​ຍີ່​ປຸ່ນ​ໄດ້​ຂາຍ​ສິນຄ້າ​ທາງ​ເວັບ​ໄຊມາສູ່​ຈີນນັບ​ມື້​ຫຼາຍ​ແລະປັດຈຸບັນ,​ວິ​ສາ​ຫະກິດ​ຍີ່​ປຸ່ນ​ໄດ້​ແຫ່ກັນ​ສ້າງ​ເວັບ​ໄຊ​​ເປັນພາສາ​ຈີນ​ເພື່ອ​ສາມາດ​ໃກ້ຊິດ​ກັບ​ຜູ້​ບໍລິ​ໂພ​ກຈີນ.

ໜັງສືພິມ​ເຄ​ຊາ​ຍຊິ​ມບຸນ​ຂອງ​ຍີ່​ປຸ່ນລາຍ​ງານ​ຫວ່າງ​ມໍ່ໆ​ນີ້​ວ່າ,ບໍ​ລິ​ສັດANA ຍີ່ປຸ່ນ​ຈະ​ສ້າງ​ເວັບ​ໄຊ​ພາສາ​ຈີນ​ທີ່​ມີ​ວິ​ສາ​ຫະກິດ​ຍີ່ປຸ່ນ​ເຂົ້າ​ຮ່ວມ​ໃນ​ເດືອນ​ນີ້,ສ່ວນ​ບໍລິສັດ Amazon ກໍ​ຈະ​​ເອົາ​ເວັບ​ໄຊ Amazon ຈີນ​ເປັນ​ຂົວ​ຕໍ່.

​ກະຊວງ​​ເສດຖະກິດອຸດສາຫະກຳຍີ່ປຸ່ນ​ໃຫ້​ຮູ້​ວ່າ,ຕະຫຼາດການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ທີ່​ຂາຍ​ສິນຄ້າ​ຍີ່ປຸ່ນ​ໄປ​ຈີນ​ໃນ​ປີ 2015 ​​ບັນລຸ​ມູນ​ຄ່າເຖິງ 795 ຕື້ 600 ລ້ານ​ເຢັນ​ແລະຄາດ​ວ່າ​ປີ 2019 ຈະ​ເພີ່ມຂຶ້ນ​​ເປັນ 2335 ຕື້ 900 ລ້ານ​​ເຢັນ.ນັກວິ​ເຄາະ​ເຫັນ​ວ່າ,​ເວັບ​ໄຊ​ຊື້ເຄື່ອງ​ຂອງ​ວິ​ສາ​ຫະກິດ​ຍີ່​ປຸ່ນຢາກ​ບຸກ​ເບີກ​ຕະຫຼາດຈີນ​ຫຼັງການ​ຄ້າ​ເອ​ເລັກ​ໂຕຣນິກ​ແກ້ງ​ແຍ້​ງກັນ​ຢ່າງຄຶກຄັກ​ນັ້ນ, ບັນຫາສຳຄັນ​ຄືສາມາດເປີດການບໍລິການທີ່ມີ ເອກະລັກພິເສດແລະຄຸນນະພາບສູງຫຼືບໍ່?
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ