ບັນດານັກທຸລະກິດ ເຂົ້າຮ່ວມປະມູນຊື້ລົດການນຳ ລະດັບ ສູງຂອງ ສປປ ລາວ
2017-03-02 14:42:12  cri 
ຂປລ. ​ໃນ​ວັນ​ທີ 28 ກຸມພາ 2017 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໄດ້​ຈັດ​ງານ​ເປີດ​ກວ້າງ​ການ​ປະມູນ​ຊື້​ລົດ ທີ່​ເຄີຍ​ຮັບ​ໃຊ້​ການ​ນຳ​ຂັ້ນສູງ ຂອງ ສປປ ລາວ ຂຶ້ນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ ຍົກລັດຖະມົນ, ລັດຖະມົນຕີ​ກະຊວງ​ການ​ເງິນ. ​ພາຍ​ໃນ​ງານມີ​ບັນດາ​ນັກທຸລະກິດ, ບຸກຄົນ, ນິຕິບຸກຄົນ ​ແລະ ພະນັກງານ​ບຳນານ ​ເຂົ້າ​ຮ່ວມ​ການ​ປະມູນ​​ໃນ​ຄັ້ງ​ນີ້ ຈຳນວນ​ທັງ​ໝົດຫລາຍ​ກ່ວາ 60 ພາກສ່ວນ, ​ເຊິ່ງມີ​ລົດທີ່​ນຳ​ມາ​ປະມູນ​ໃນ​ຄັ້ງ​ນີ້ ມີ​ຈຳນວນ​ທັງ​ໝົດ 14 ຄັນ ​ໃນ​ນັ້ນມີ​ລົດ BMW ລຸ້ນ 730 LI ຈຳນວນ 7 ຄັນ, ​ແຕ່​ລະ​ຄັນມີ​ລາຄາ​ເລີ່​ມຕົ້ນ​ການປະມູນ​​ແມ່ນ 830 ລ້ານ​ກີບ ​ແລະ ລົດ BENZ ລຸ້ນ S350 ຈຳ ນວນ 7 ຄັນ ​ແຕ່​ລະ​ຄັນ ມີ​ລາຄາ​ເລີ່​ມຕົ້ນ 500 ລ້ານ​ກີບ. ຜ່ານ​ການ​ປະມູນ​ ຜູ້​ທີ່​ຊະນະ​ການ​ປະມູນ​ລົດ BMW ລຸ້ນ 730 LI ໝາຍເລກທະບຽນ ກຜ 8893 ​ເຄີຍ​ນຳໃຊ້ເປັນລົດປະຈຳຕຳແໜ່ງຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ  ​ແມ່ນ​ບໍລິສັດ​ບີ​ວີ​ກຣຸບ ຊະນະ​ການ​ປະມູນ ດ້ວຍ​ລາຄາ​ປະມູນ 890 ລ້ານ​ກີບ; ຜູ້​ທີ່​ຊະນະ​ການ​ປະມູນ​ລົດ BMW ລຸ້ນ 730 LI ໝາຍເລກທະບຽນ ກຜ 8896 ເຄີຍນຳໃຊ້ເປັນລົດປະຈຳຕຳແໜ່ງ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ແມ່ນທ່ານ ທອງລິດ ກິ່ງແກ້ວອຸດົມ ນັກທຸລະກິດ ເປັນຜູ້ຊະນະການປະມູນ ໃນລາຄາ 1.330 ລ້ານກີບ ​ແລະ ຜູ້​ທີ່​ຊະນະ​ການ​ປະມູນ​ລົດ BMW ລຸ້ນ 730 LI ໝາຍເລກທະບຽນ ກຜ 8894 ເຄີຍນຳໃຊ້ເປັນລົດປະຈຳຕຳແໜ່ງ ຂອງທ່ານນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ແມ່ນທ່ານນາງ ບົວ​ແກ້ວ ວົງ​ສະໝໍລະພູມ ພະນັກ​ງານ​ບຳນານ ດ້ວຍ​ລາຄາ​ການປະມູນ 970 ລ້ານ​ກີບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ