ລັດຖະບານ ລາວ-ໄທ ບັນລຸຂໍ້ຕົກລົງວ່າດ້ວຍການຈ້າງງານ
2017-03-02 14:43:45  cri 
ຂປລ.ໃນວັນທີ 28 ກຸມພາ 2017 ຜ່ານ​ມານີ້, ທີ່ຫົວຫີນ ​ແຂວງປະຈວບຄີລີຂັນ ປະເທດໄທ, ໄດ້ມີພິທີລົງນາມ ຂໍ້ຕົກລົງວ່າດ້ວຍການຈ້າງງານ ລະຫ່ວາງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົນ ແຫ່ງ ສປປ ລາວ ແລະ ທ່ານ ພົອ ສີວິໄຊ ລັດຖະມົນຕີກະຊວງແຮງງານ ແຫ່ງ ຣາຊະອານາຈັກໄທ ​ເຊິ່ງມີຄະນະທັງສອງຝ່າຍເຂົ້າຮ່ວມ. ທັງ​ນີ້​ ເປັນ​ການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ລະຫ່ວາງ ລັດຖະບານສອງ​ປະ​ເທດ ສະບັບລົງວັນທີ 6 ກໍລະກົດ 2016 ໃຫ້ປະກົດຜົນເປັນຈິງ.

ຂໍ້ຕົກລົງວ່າດ້ວຍການຈ້າງງານ ປະກອບ​ມີ: ສັນຍາການຈ້າງແຮງງານ ທີ່ໄດ້ຮັບການຮັບຮອງ ໂດຍອົງການທີ່ຖືກມອບສິດຂອງປະເທດຜູ້ຮັບ ຈະມີກຳນົດໄລຍະເວລາການຈ້າງແຮງງານ ລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃນໄລຍະ2ປີ, ໄລຍະເວລາຂອງສັນຍາການຈ້າງແຮງງານ ສາມາດຕໍ່ໄດ້ອີກ2ປີ ຫາກເຫັນວ່າມີຄວາມຈໍາເປັນ, ພາຍຫລັງຄົບກໍານົດໄລຍະເວລາການຈ້າງແຮງງານແລ້ວ ຜູ້ອອກແຮງງານຕ້ອງເດີນທາງກັບປະເທດຕົ້ນທາງ. ໃນກໍລະນີ ທີ່ຈະສະໝັກເຂົ້າເຮັດວຽກ ໃນປະເທດຜູ້ຮັບອີກເທື່ອໜຶ່ງ ຜູ້ອອກແຮງງານຈະຕ້ອງກັບປະເທດຕົ້ນທາງເປັນເວລາ30ວັນ ກ່ອນທີ່ຈະສາມາດສະໝັກເຂົ້າມາເຮັດວຽກໄດ້ອີກເທື່ອໃໝ່. ຜູ້ອອກແຮງງານສາມາດເຮັດວຽກໄດ້ ພາຍຫລັງໄດ້ຮັບອະນຸຍາດຈາກອົງການທີ່ຖືກມອບສິດຂອງປະເທດຜູ້ຮັບ ແລະ ຕ້ອງເຮັດວຽກກັບຜູ້ໃຊ້ແຮງງານ ແລະ ໃນພື້ນທີ່ທີ່ໄດ້ຮັບອະນຸຍາດເທົ່ານັ້ນ.

ກໍລະນີຜູ້ອອກແຮງງານ ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ຈາກການເຮັດວຽກ, ເຈັບປ່ວຍຮ້າຍແຮງ ຫຼືໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ,ສົງຄາມ,ພະຍາດລະບາດຮ້າຍແຮງ ໃນໄລຍະການປະຕິບັດ ສັນຍາການຈ້າງແຮງງານ. ອົງການຈັດສົ່ງ ຕ້ອງກະກຽມສັນຍາການຈ້າງແຮງງານ ພ້ອມທັງເອກະສານສໍາ ຄັນກ່ຽວຂອງຕ່າງໆ ໃຫ້ຜູ້ອອກແຮງງານ. ເພື່ອຄວາມປອດໄພ ແລະ ສຸຂະພາບຂອງຜູ້ອອກແຮງງານ ພາຍໃຕ້ຂໍ້ຕົກລົງສະບັບນີ້ ຜູ້ໃຊ້ແຮງງານຈະຕ້ອງຈັດມີທີ່ພັກ ທີ່ມີສະພາບແວດລ້ອມທີ່ເໝາະສົມ ມີຄວາມປອດໄພ ແລະ ຖືກຫຼັກສະນະສຸຂະອະນາໄມ ແລະ ຜູ້ອອກແຮງງານຈະຕ້ອງໄດ້ພັກ ໃນສະຖານທີ່ທີ່ໄດ້ຈັດໄວ້ໃຫ້ ຍົກເວັ້ນໃນກໍລະນີມີເຫດຜົນບໍ່ພຽງພໍ.

ລັດຖະບານ​ສອງ​ປະ​ເທດ ​ເປັນ​ເອກະ​ພາບສົ່ງເສີມການຮ່ວມມື ດ້ານການຈ້າງແຮງງານຂອງຄູ່ພາຄີ ໃຫ້ມີການພັດທະນາໃຫ້ດີຂຶ້ນ ແນ່ໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ດ້ານແຮງງານ ໃນການ ພັດທະນາເສດຖະກິດ -ສັງຄົມ ແລະ ການປົກປ້ອງສິດ-ຜົນປະໂຫຍດຂອງຜູ້ອອກແຮງງານ ໃຫ້ຖືກຕ້ອງ ຕາມຫລັກການ, ກົດໝາຍ ແລະ ລະບຽບການຂອງແຕ່ລະປະເທດ, ທັງຮັບປະກັນ​ໃຫ້ແຮງງານ ໄດ້ຮັບ ການຄຸ້ມຄອງ ແລະ ປົກປ້ອງສິດຜົນປະ​ໂຫຍດຢ່າງ​ເທົ່າທຽມກັນ ໂດຍບໍ່ເລືອກປະຕິບັດ ແລະ ສົ່ງກັບຄືນປະເທດ ເມື່ອໝົດສັນຍາການຈ້າງ ແຮງງານຕາມເງື່ອນໄຂ, ກົດໝາຍ ແລະ ລະບຽບການຂອງຄູ່ພາຄີ. ສັນຍາການຈ້າງງານ ​ແມ່ນເພື່ອອໍານວຍຄວາມສະດວກ ແລະ ຮັບປະກັນຂະບວນການຈ້າງແຮງງານ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງຄູ່ພາຄີ​ ໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ຮ່ວມມືກັນສະກັດກັ້ນ  ແລະ ຕ້ານການຄ້າມະນຸດ ເພື່ອການຈ້າງແຮງງານ ແລະ ການເຂົ້າ-ອອກເມືອງ ທີ່ຜິດກົດ ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ