ຈີນ​ຕາງ​ໜ້າ 140 ປະ​ເທດ​ອອກ​ຖະ​ແຫຼງ​ການ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ​ແລະ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງ​ມະ​ນຸດ
2017-03-02 16:10:21  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 1 ມີ​ນານີ້, ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ຈ່າວ​ຊູ້ ​ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ​ປະ​ຈຳ​ສຳ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່ເຊີ​ແນວ​ຂອງແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ​ຢູ່​ສະ​ວິ​ສ ໄດ້​ຕາງ​ໜ້າ 140 ປະ​ເທດ​ອອກ​ຖະ​ແຫຼງ​ການ​ຮ່ວມ​ເລື່ອງ 'ຊຸກ​ຍູ້​ແລະ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງ​ມະ​ນຸດ' ໃນ​ກອງ​ປະ​ຊຸມ​ສະ​ພາ​ສິດ​ທະ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 34 ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງກວ້າງ​ຂວາງ.

    ທ່ານ ມາ​ຈ່າວ​ຊູ້ ໄດ້​ສະ​ເໜີ​ 5 ຄວາມ​ເຫັນ ຄື: ໜຶ່ງ, ຍຶດ​ໝັ້ນ​ຄວາມ​ສະ​ເໝີ​ພາບ​ດ້ານ​ອະ​ທິ​ປະ​ໄຕ ເຊິ່ງ​ບໍ່​ວ່າປະ​ເທ​ດ ນ້ອຍ​ໃຫຍ່, ອ່ອນ​ແອຫຼື​ເຂັ້ມ​ແຂງ, ທຸກ​ຍາກຫຼື​ຮັ່ງ​ມີ ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ​ທີ່​ສະ​ເໝີ​ພາບ​ກັນ​ຂອງ​ປະ​ຊາ​ຄົມ​ໂລກ. ອີງ​ຕາມ 'ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ', ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ທຸກ​ປະ​ເທດ ຕ້ອງ​ໄດ້​ຮັບ​ການ​ເຄົາ​ລົບ. ສອງ, ຍຶດ​ໝັ້ນ​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ກັນ ໂດຍທຸກ​ປະ​ເທດ​ຄວນ​ພະ​ຍາ​ຍາມ​ສ້າງ​ການ​ພົວ​ພັນເພື່ອນ​ມິດ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້​ແລະ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ​ໂດຍ​ຜ່ານ​ຈາກ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ກັນ ແລະ​ປ້ອງ​ກັນ​ການ​ຫັນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ເປັນ​ການ​ເມືອງ. ສາມ, ຍຶດ​ໝັ້ນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ​ໃນ​ດ້ານນີ້, ທຸກ​ປະ​ເທດ​ຄວນ​​ຮ່ວມ​ແຮງຮ່ວມໃຈ, ເພີ່ມ​ທະ​ວີ​ການ​ສ້າງ​ຂີດ​ຄວາມ​ສາ​ມາດ​ດ້ານ​ສິດ​ທິ​ມະ​ນຸດ​ໂດຍ​ຜ່ານ​ຈາກ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ແລະ​ເປັນ​ຮູບ​ປະ​ທຳ. ​ສີ່, ຍຶດ​ໝັ້ນ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ, ເຖິງວ່າອາ​ລະ​ຍະ​ທຳ​​ຕ່າງ​ກັນ ແຕ່​ກໍຄວນ​ເຄົາ​ລົບ​ກັນ, ຖອດ​ຖອນ​ບົດ​ຮຽນ ແລະ​ກ້າວ​ໜ້າ​ຮ່ວມ​ກັນ ແລະ​ຫ້າ, ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໂດຍທຸກ​ປະ​ເທດ​ຄວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ​ໃຫ້​ເປັນ​ຮູບ​ປະ​ທຳ ແລະ ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຊຸກ​ຍູ້ ແລະ ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ