ຜູ້​ຕາງ​ໜ້າ​ສ​ປ​ປ​ເກົາ​ຫຼີ​ປະ​ຕິ​ເສດການ​ມີ​ສ່ວນຕໍ່ເຫດ​ການ​ມາ​ເລ​ເຊຍ
2017-03-02 16:12:18  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ສ​ປ​ປ​ເກົາຫຼີ​ໄດ້ກ່າວຕອບ​ໂຕ້​ໃນ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ເມື່ອ​ວັນ​ທີ 28 ກຸມ​ພາ​ຜ່ານ​ມາ ໂດຍ​ປະ​ຕິ​ເສດ​ການ​ກ່າວ​ຫາ​ທີ່ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ 'ເຫດ​ການ​ມາ​ເລ​ເຊຍ'.

    ຜູ້​ຕາງ​ໜ້າ​ທ່ານ​ນີ້ ໄດ້​ຕອບ​ໂຕ້​ສ.ເກົາຫຼີ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ກອງ​ປະ​ຊຸມ​ການ​ເຈ​ລະ​ຈາຫຼຸດ​ກຳ​ລັງ​ຮົບ​ໃນ​ມື້​ດັ່ງ​ກ່າວ​ວ່າ, ຄຳ​ກ່າວຫາຂອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສ.ເກົາຫຼີໃນ​ກອງ​ປະ​ຊຸມ ເປັນ​ການ​​ດູ​ຖູກ​ທີ່​ສຸດ ເຊິ່ງສ​ປ​ປ​ເກົາ​ຫຼີ​ຂໍປະ​ຕິ​ເສດ​ຢ່າງ​ເດັດ​ດ່ຽວ​ຕໍ່​​ການ​ກ່າວ​ເທັດ​ຂອງ​ສ.ເກົ​າຫຼີ​ໃນ 'ເຫດ​ການ​ມາ​ເລ​ເຊຍ'.

    ທັງ​ນີ້, ທ່ານ ຢຸນ​ບິງ​ເຊ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາຫຼີ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ວ່າ, ສ​ປ​ປ​ເກົາຫຼີ ​ໃຊ້​ສານ​ພິດ​ເສັ້ນ​ປະ​ສາດ VX ທີ່​ຖືກ​ຫ້າມ​ໃນ​ໂລກນັ້ນ ລອບ​ຂ້າ​ອ້າຍ​​ຕ່າງ​ແມ່ຂອງ​ທ່ານ ກິມ​ຈົງ​ອຸ່ນ ຜູ້​ນຳ​ສ​ປ​ປ​ເກົາຫຼີ​ຄົນ​ປັດ​ຈຸ​ບັນ ແລະ​ການ​ລອບ​ຄາດ​ຕະ​ກຳ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ, ທາງ​ການ​ສ​ປ​ປ​ເກົາ​ຫຼີ ກຽມ​ໃຊ້​ອາ​ວຸດທຸກ​ຊະ​ນິດ​ຕໍ່​ທຸກຄົນ​​ຕະຫຼອດ​ເວ​ລາ.

    ທ່ານ ຢຸນ​ບິງ​ເຊ ກ່າວຕື່ມ​ວ່າ, ​ເມື່ອ​ໃດທີ່​ລັດ​ຖະ​ບານ​ມາ​ເລ​ເຊຍ ​ໄດ້ປະ​ກາດ​ຜົນ​ການ​ສືບ​ສວນ​ສຸດ​ທ້າຍ​ແລ້ວ, ອົງ​ການ​ຕ່າງໆ ເຊັ່ນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກໍ​ຄວນ​ກຳ​ນົດເອົາ​ການ​ປຶກ​ສາ​ຫາ​ລື​ເຫດ​ການ​ດັ່ງ​ກ່າວ​ເປັນ​ບູ​ລິ​ມະ​ສິດ​ໃນ​​ເມື່ອນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ