ຈີນ​ຈະ​ສົ່ງ​ຍານ​ສຳ​ຫຼວດດວງ​ຈັນ "ສາງ​ເອີ 5"ຂຶ້ນ​ສູ່​ດວງ​ຈັນກ່ອນ​ທ້າຍ​ປີ​ນີ້
2017-03-03 10:57:25  cri 
ທ່ານ​ຫູຮາ​ວ ຫົວໜ້ານັກ​ອອກ​ແບບ​ໂຄງການ​ສຳ​ຫຼວດດວງ​ຈັນ​ໄລຍະ3, ຜູ້​ແທນ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 2 ມີນາ​ນີ້​ວ່າ: ຈີນ​ຈະ​ສົ່ງ​ຍານ​ສຳ​ຫຼວດດວງ​ຈັນ "ສາງ​ເອີ 5"ຂຶ້ນ​ສູ່​ດວງ​ຈັນກ່ອນ​ທ້າຍ​ປີ 2017​ເພື່ອນຳ​ເອົາ​ດິນ 2 ​ກິ​ໂລ​ກັບ​ລົງ​ມາ​ໜ່ວຍ​ໂລກ ​ໃນ​ນີ້ 1/4 ​ແມ່ນ​ດິນ​ໃຕ້​ພື້ນ​ຜິວດວງ​ຈັນ ​ແ​ລະ3/4 ​ແມ່ນ​ດິນ​ຜິວ​ໜ້າ​ດວງ​ຈັນ.

​ໃນ​ໄລຍະ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ, ຈະສົ່ງຍານ "ສາງເອີ5"ຂຶ້ນສູ່ອະວະກາດດ້ວຍການ​ໄຕ້ໄຟຢູ່ເທິງອະວະກາດເປັນເທື່ອທຳອິດ ແລະໃຫ້ຍານ​ອະວະກາດ​ເຊື່ອມ​ຕໍ່​ເຂົ້າກັນ​ໂດຍບໍ່ມີຄົນຂັບຕາມວົງໂຄຈອນດວງຈັນເປັນເທື່ອທຳອິດ​ເຊັ່ນ​ດຽວ​ກັນ. ທ່ານ​ຫູຮາ​ວຢືນຢັນ​ວ່າ ຍານ​ສຳຫຼວດດວງ​ຈັນ "ສາງ​ເອີ5"ຈະ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ສົ່ງ​ຍານ​ບັນທຸກ​ມະນຸດ​ຂຶ້ນ​ດວງ​ຈັນ​ໃນ​ອະນາຄົດ ​ສ່ວນ​ການ​ຂຶ້ນ​ດວງ​ຈັນ​ເປັນຄວາມ​​ມຸ້ງ​ຫວັງຂອງ​ປະຊາ​ຊາດ​ຈີນ​ເຊິ່ງ​ໄວ​ເທົ່າ​ໃດ​ຍິ່ງ​ດີ. ທ່ານ​ກ່າວ​ຕື່ມ​ວ່າ ສາມາດ​ສ້າງ​ຕັ້ງສະຖານີ​ສຳຫຼວດວິທະຍາສາດ​ດວງ​ຈັນ​ຄື​ດັ່ງ​ການ​ສ້າງ​ສະຖານີ​ສຳ​ຫຼວດວິທະຍາ​ດຢູ່​ຂົ້ວ​ໂລກ​​ໃຕ້ ​ເພາະ​ຈີນມີລະດັບ​​ເຕັກ​ໂນ​ໂລ​ຊີ​ໃນ​ການ​ປະຕິບັດຕົວ​ຈິງພ້ອມ​ແລ້ວ ​ເຊິ່ງຈະ​ຊ່ວຍ​ໃຫ້ຮູ້​ດວງ​ຈັນຫຼາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ