ສປປ​ເກົາຫຼີ​ຮຽກຮ້ອງ​ໃຫ້​ມາ​ເລ​ເຊຍ​ສົ່ງ​ສົບ​ພົນລະ​ເມືອງ​ຕົນ​ທີ່​ເສຍ​ຊີວິດ​ໃຫ້​ໂດຍ​ໄວ
2017-03-03 11:03:53  cri 
ທ່ານຣີຈົງອິນ ອະດີດຮອງ​ຜູ້ຕາງໜ້າ​ຖາວອນ​ຂອງສປປ ​ເກົາຫຼີ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ, ​ໂຄສົກ​ຄະນະ​ຜູ້​ແທນ​ສປປ ​ເກົາຫຼີ​ທີ່​ເດີນທາງ​ໄປ​ມາ​ເລ​ເຊຍ​ໄດ້​ກ່າວ​ຢືນຢັນ​ໃນ​ວັນ​ທີ 2 ມີນາ​ນີ້​ວ່າ: ຄະນະ​ຜູ້​ແທນ​ຕົນ​ໄດ້​ເຈລະຈາ​ກັບ​ສະມາຊິກ​ຄະນະ​ລັດຖະບານ​ທີ່ກ່ຽວຂ້ອງ​ຂອງ​ມາ​ເລ​ເຊຍກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ຊາຍ​ສປປ​ເກົາຫຼີ​ ທັງ​ຮຽກຮ້ອງ​ໃຫ້​ມາເລ​ເຊຍ​ສົ່ງ​ສົບ​ຜູ້​ເສຍ​ຊີວິດ​ໃຫ້​ປະ​ເທດ​ຕົນ​ໂດຍ​ໄວ.

ທ່ານຣີຈົງອິນ​ກ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນອກ​ສະຖານທູດ​ສປປ ​ເກົາຫຼີ​ປະຈຳ​ມາ​ເລ​ເຊຍ​ໃນ​ວັນ​ທີ 2 ມີນາ​ນີ້​ວ່າ: ການ​ພົບ​ປະ​ເຈລະຈາ​ຄັ້ງ​ນີ້​ໄດ້​ຫາລື​ບັນຫາ​ສຳຄັນ​ຕ່າງໆ​ເປັນ​ຕົ້ນ ການມອບສົບ​ຊາຍສປປ​ເກົາຫຼີ,ການປ່ອຍ​ຕົວ​ພົນລະ​ເມືອງ​ສປປ ​ເກົາຫຼີ​ທີ່​ຖືກ​ຈັບ ພ້ອມ​ດ້ວຍ​ການ​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສປປ ​ເກົາຫຼີ​ກັບ​ມາ​ເລ​ເຊຍ ​ແລະ​ອື່ນໆ. ຂະນະ​ດຽວ​ກັນ, ຄະນະ​ຜູ້​ແທນ​ຕົນ​​ໄດ້ສະ​ເໜີ​ຂໍ​ກວດ​ສົບ​ຜູ້​ເສຍ​ຊີວິດ​ເພື່ອ​ຢືນຢັນ​ຖານະ​ຂອງ​ຜູ້ກ່ຽວ ພ້ອມ​ທັງ​ພົບ​ປະ​ກັບ​ພົນລະ​ເມືອງ​ສປປ ​ເກົາຫຼີ​ ​ແລະຜູ້​ຖືກ​ສົງ​ໄສ​ຍິງ​ສອງ​ຄົນ​ທີ່​ຖືກ​ຈັບ​ຕົວ ​ແລະ​ປັດຈຸບັນ​ກໍພວມຖ້າ​ຄຳ​ຕອບ​ຈາກ​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ