ສ ​ເກົາຫຼີ​ຈະ​ຕັດສິນ​ຄະດີ​ຖອດ​ຖອນ​ປະທານາທິບໍດີ​​ໄວ​ສຸດໃນ​ວັນ​ທີ 10 ມີນາ​ນີ້
2017-03-03 16:23:13  cri 
ສ ​ເກົາຫຼີ​ອາດ​ຈະ​ຕັດສິນ​ຄະດີ​ຖອດ​ຖອນ​ປະທານາທິບໍດີ ໄວ​ສຸດ​​ໃນ​ວັນ​ທີ 10 ມີນາ​ນີ້, ​​ແລະ​ຈາກ​ນີ້​ໄປ​ກໍ​ຍັງ​ບໍ່​ເທົ່າ​ໃດ​ວັນ, ​ແຕ່​ປານ​ນັ້ນ,ອົງການ​ຈັດຕັ້ງ​ປະຊາຊົນ​ ສ​ ​ເກົາຫຼີ​ກໍຈະໂຮມ​ຊຸມນຸມ​ປະ​ທ້ວງ​ໃນ​ທ້າຍ​ອາທິດ​ນີ້​ແລະ​ຄາດ​ວ່າ​ຈະ​ເຮັດໃຫ້​ເກີດ​ການ​ກໍ່ຕ້ານກັນ​ຢ່າງ​ຂະໜາດ​ໃຫຍ່.

ຂ່າວ​ແຈ້ງວ່າ ​ເວລາ 18 ​ໂມງ​ຂອງ​ວັນ​ທີ 4 ມີນາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ອົງການ "ຂະບວນການປະຊາຊົນວິສາມັນ​ເພື່ອ​​ເລັ່ງຖອດ​ຖອນນາງ​ປັກ​ກຸນ​ເຮ​​ອອກ​ຈາກ​ຕຳ​ແໜ່​ງ​"ຈະ​ ​ໂຮມ​ນຸມຊຸມ​ແສງ​ທຽນ "ວັນ​ເຄື່ອນ​ໄຫວ​ປະຊາຊົນ​ເທື່ອ​ທີ 19"ຢູ່​ນະຄອນຫຼວງ​ເຊ​ອຸນ ​ແລະ​ຫຼັງ​ໂຮມ​ຊຸມນຸມ, ອົງການ​ດັ່ງກ່າວ​ຈະ​​ເດີນ​ຂະ​ບວນປະ​ທ້ວງ​ຢ່າງ​ຂະໜາດ​ໃຫຍ່​ຢູ່​ໃກ້​ທຳນຽບຊົງ​ວາ​ເດ, ທຳນຽບນາຍົກລັດຖະມົນຕີ​ແລະສານ​ລັດຖະທຳ​ມະນູນ.

ກ່ອນ​ໜ້າ​ນີ້, ປະຊາຊົນ​ສອງ​ກຸ່ມ​ຄື​ກຸ່ມສະໜັບສະໜູນ​ແລະ​ກຸ່ມຄັດຄ້ານ​ການ​ຖອດ​ຖອນ​ປະທານາທິບໍດີ​ປັກ​ກຸນ​ເຮ​ຕ່າງກໍ​ໄດ້ໂຮມ​ຊຸມນຸມ​ຂະໜາດ​ໃຫຍ່​ຢູ່​ໃຈກາງ​ນະຄອນຫຼວງ​ເຊ​ອຸນ​ໃນ​ວັນ​ທີ 1 ມີນາ​ນີ້ ​ແລະ​ເພື່ອ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ,​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກໍໄດ້​ນຳ​ເອົາ​ລົດມາ​ກັນ​ປະຊາຊົນ​ສອງ​ກຸ່ມ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ