ກອງທັບ​ລັດຖະບານ​ຊີຣີຍຶດ​ເມືອງ​ປານ​ມີຣາ
2017-03-03 11:04:49  cri 
ກອງທັບ​ຊີຣີ​​ປະກາດ​ໃນ​ວັນ​ທີ 2 ມີນາ​ນີ້​ວ່າ: ກອງທັບ​ລັດຖະບານສາມາດ​ຍຶດເມືອງ​ປານ​ມີຣາ​ເຊິ່ງ​ເປັນ​ເມືອງ​ເກົ່າ​​ແກ່ຢູ່​ພາກ​ກາງ​ໄດ້​ຄືນຢ່າງ​ສຳ​ເລັດ​ຜົນ.

ກອງທັບ​ຊີຣີ​ໄດ້ອອກ​ຖະ​ແຫຼ​ງການ​ວ່າ: ຈາກການສະໜັບສະ​ໜູນ​ຂອງ​ກອງທັບ​ອາກາດ​ຣັດ​ເຊຍ​ແລະ​ຊີຣີ ​ໃນ​ການໂຈມ​ຕີ​ກຸ່ມ​ຫົວ​ຮຸນ​ແຮງ IS ຢ່າງ​ຕໍ່​ເນື່ອງ​ແລະ​ປະສົບ​ຜົນສຳ​ເລັດ​ໂດຍ​ໃນປັດຈຸບັນສາມາດຄວບ​ຄຸມ​​ເມືອງ​ປານ​ມີຣາ​ແລະ​ເຂດ​ອ້ອມ​ຂ້າງ​ໄດ້​ແລ້ວ, ຂະນະ​ທີ່ໜ່ວຍ​ທຳລາຍລະ​ເບີດ​ກໍ່ພວມ​ມ້າງ​ອຸປະກອນ​ປະກອບລະ​ເບີດ​ຂອງ​ກຸ່ມ IS.

ຖະ​ແຫຼ​ງການ​ລະບຸ​ອີກ​ວ່າ: ກອງທັບ​ລັດຖະບານ​ຊີຣີມີ​ຄວາມ​ຄືບ​ໜ້າ​ໃນ​ການໂຈມ​ຕີ​ກຸ່ມ IS ຢູ່​​ແຂວງ​ອາ​ເລັບ​ໂປ​ທາງ​ພາກ​ເໜືອ​ແລະ ຫວ່າງ​ມໍ່​ໆ​ມາ​ນີ້, ກໍ​ໄດ້​ຮັບ​ໄຊຊະນະ​ຫຼັງ​ໂຈມ​ຕີ​ກຸ່ມ IS ຢ່າງ​ໜັກ.

ຖະ​ແຫຼ​ງການ​​ເນັ້ນ​ວ່າ:ກອງທັບ​ລັດຖະບານ​ຊີຣີກໍ​ຄື​​ພັນ​ທະ​ມິດ​ແມ່ນ​ກຳລັງໜຶ່ງ​ດຽວ​ທີ່​ມີ​ຄວາມ​ສາມາດ​ໂຈມ​ຕີ​ແລະ​ກຳຈັດ​ລັດທິ​ກໍ່​ການ​ຮ້າຍ ​ແລະຈະ​ສືບ​ຕໍ່​ໂຈມ​ຕີ​ກຸ່ມ IS​ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງກຸ່ມ​ຕ່າງໆຢ່າງ​ເດັດດ່ຽວ​ໜຽວ​ແໜ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ