ປະ​ຊາ​ຊົນ​ຟິລິບ​ປິນ​ເຊື່ອ​ໝັ້ນ​ຈີນ​ແລະຣັດ​ເຊຍ​ຫຼາຍຂຶ້ນ
2017-03-03 16:33:34  cri 
ໜັງສືພິມ​ທຸລະ​ກິດ​ຟິລິບ​ລິນ​ລາຍ​ງານ​ໃນ​ວັນ​ທີ 3 ມີນາ​ນີ້​ວ່າ,ປະຊາຊົນ​ຟິລິບ​ປິນ​ເຊື່ອ​ໝັ້ນຈີນ​ແລະຣັດ​ເຊຍ​ຫຼາຍຂຶ້ນ​ຫຼັງທ່ານ​ປະທານາທິບໍດີ​ດູ​ເຕີ​ເຕຂຶ້ນ​ຄອງ​ອຳ​ນາດ,​ຂະນະ​ດຽວ​ກັນ​ຄວາມ​ເຊື່ອ​ໝັ້ນຕໍ່​ອາ​ເມ​ລິ​ກາ​​ໄດ້​ຫຼຸດລົງ​ເລັກ​ໜ້ອຍ.

ຂ່າວ​ລາຍ​ງານ​ວ່າ,ອົງການ​ຢັ່ງ​ປະຊາ​ມະຕິ "ສະຖານີ​ອຸຕຸນິຍົມ​ສັງຄົມ"​ໄດ້​ເຜີຍ​ແຜ່​ຜົນ​ສຳ​ຫຼວດຄວາມ​ເຫັນ​ຂອງປະຊາຊົນ​ປະ​ເທດ​ຕົນ 1500 ຄົນ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 6 ທັນວາ​ປີຜ່ານມາ​ເຊິ່ງປາກົດ​ວ່າ,ຄວາມ​​ເຊື່ອ​ໝັ້ນ​ສຸດທິ​ຂອງ​ປະຊາຊົນ​ຟິລິບ​ປິນຕໍ່​ຈີນ​ອ່າວ​ເຊື່ອ​ໝັ້ນ 22% ​ເພີ່ມ​ເປັນ 39%​ແລະ 55%ບໍ່​​ເຊື່ອ​ໝັ້ນ​ປານ​ໃດ​​ໃນ​ເມື່ອ​ກ່ອນ​​ໄດ້​ບັນລຸ​ເຖິງ 30%.

ຂະນະ​ດຽວ​ກັນ,ຄວາມ​​ເຊື່ອ​ໝັ້ນ​ສຸດທິ​ຂອງ​ປະຊາຊົນ​ຟິລິບ​ປິນຕໍ່ຣັດ​ເຊຍ​ກໍ​​ໄດ້​ເພີ່ມ​ຂຶ້ນ,ສ່ວນ​​ຕໍ່​ອາ​ເມ​ລິ​ກາ​​ໄດ້​ຫຼຸດລົງ​ເລັກ​ໜ້ອຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ