ອັດກອງ​ປະຊຸ​ມ​ໂທລະ​ຄົມ​ເຄື່ອນ​ທີ່​ໂລກ 2017
2017-03-03 16:55:19  cri 
ຕາມ​ຂ່າວສານ​ຊິນ​ຮວາ:ກອງ​ປະຊຸ​ມ​ໂທລະ​ຄົມ​ເຄື່ອນ​ທີ່​ໂລກ 2017 ​​ໄດ້​ອັດ​ລົງ​ໃນ​ວັນ​ທີ 2 ມີນາ​ນີ້​ໂດຍເຕັກນິກ​ໂທ​ລະ​ຄົມ​ເຄື່ອນ​ທີ່ຮຸ່ນ​ທີ 5 ​ເຮັດ​ໃຫ້​ຄົນ​ຄອງ​ຄອຍ.ບຸກຄົນ​ໃນ​ວົງ​ການ​ເຫັນ​ວ່າ,ຮຸ່ນ 5 G ​ຈະ​ເຮັດ​ໃຫ້​ໂທລະ​ຄົມ​ເຄື່ອນ​ທີ່​ກາຍ​ເປັນ "​ເຄື່ອງຈັກ"ຂອງ​ການ​ປະຕິວັດ​ອຸດສາຫະ ກຳ​ເທື່ອ​ທີ 4 ຢ່າງ​ແທ້​ຈິງ.

​ແນວ​ໃດ​ກໍ​ດີ,ຄາດ​ວ່າ ມາດຕະຖານ​ເຕັກນິກ 5G ຈະ​ປະກາດ​​ໃຊ້ຢ່າງ​ເປັນ​ທາງ​ການ​ໃນ​ປີ 2019 ​ໂດຍບົດ​ລາຍ​ງານ​ສະບັບ​ໜຶ່ງ​ຂອງ​ສະມາຄົມ​ລະບົບ​ໂທລະ​ຄົມ​ເຄື່ອນ​ທີ່​ທົ່ວ​ໂລກ​ຄາດ​ຄະ​ເນ​ວ່າ,​ເຄືອ​ຂ່າຍ 5G ຈະ​ສ້າງ​ຕັ້ງ​ເປັນ​ບໍລິ​ເວນ​ກວ້າງ​ໃນ 10 ປີ​ຕໍ່ໜ້າ​ແລະ​ເຖິງ​ປີ 2025 ຈະ​ສາມາດ​ປົກ​ຄຸມ​ປະຊາກອນ​ໜຶ່ງ​ສ່ວນ​ສາມ​ຂອງ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ