ອິນ​ໂດ​ເນ​ເຊຍ​ຫວັງ​ເພີ່ມ​ທະວີ​ການຮ່ວມ​ມື​ດ້ານ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ກັບ​ຈີນ
2017-03-03 09:41:38  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ອາ​ມາ​ນາທາ ນາ​ເຊຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າ​ວ​ໃນ​ວັນ​ທີ 2 ມີນາ​ນີ້​ວ່າ, ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ໄດ້​ຮັກສາ​ການ​ພົວພັນ​​ໃນ​ຂົງ​ເຂດ​ການ​ຄ້າ​ແລະ​ການ​ລົງທຶນກັບ​ຈີນ​ເປັນ​ຢ່າງ​ດີ​ ​ແລະ​ຈາກ​ນີ້​ຈິ່ງ​ຫວັງ​ໃຫ້​ວິ​ສາ​ຫະກິດ​ຈີນ​ເຂົ້າ​ມາລົງທຶນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຕ່າງໆ ​ເຊັ່ນ: ທາງ​ດ່ວນ, ທ່າ​ເຮືອ, ສະໜາ​ມບິນ, ພະລັງງານ, ບໍ່​ແຮ່​ແລະ​ອື່ນໆ ​ໃຫ້​ຫຼາຍກວ່າ​ເກົ່າ. ທ່ານ​ນາ​ເຊຍ​ຍັງ​ໄດ້​ກ່າວ​ເຖິງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ ຫວັງ​​ໃຫ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ ​ເຊື່ອມ​ຕໍ່​ກັບ "ຈຸດ​ຄ້ຳ​ຢັນ​ເທິງ​ທະ​ເລ​ທົ່ວ​ໂລກ" ຂອງ​ອິນ​ໂດ​ເນ​ເຊຍ ​​ເພື່ອເຮັດ​ໃຫ້​ປະ​ເທດ​ຕົນໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າ.

​ຄະນະ​ກຳມາທິການ​ປະສານ​ງານ​ການ​ລົງທຶນ​ອິນ​ໂດ​ເນ​ເຊຍ​​ເປີດ​ເຜີຍ​ວ່າ, ​ໃນປີ 2016, ຈີນ​ໄດ້​ລົງທຶນ​ໂດຍ​ກົງຢູ່​ອິນ​ໂດ​ເນ​ເຊຍ​ເຖິງ 2 ຕື້ 665 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​ເປັນ​ອັນ​ດັບ​ທີ​ສາມຈາກ 121 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມາ​ລົງທຶນ ​ແລະ​ກໍ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2015 ​ເຖິງ 324%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ