"ທາງ​ຍ່າງ​ລັດຖະມົນຕີ" ​​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ບ່າຍ​ວັນ​ທີ 3 ມີນາ
2017-03-03 16:24:52  cri 
ຄຽງ​ຄູ່ກັບ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, "ທາງ​ຍ່າງລັດ​ຖະມົນຕີ" ກໍ​ຈະ​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ບ່າຍ​ວັນ​ທີ 3 ມີນາ ທາງ​ຍ່າງ​ຢູ່ຫ້ອງ​ທິດເໜືອ​ຂອງ​ຫໍ​ສະພາ​ແຫ່ງ​ຊາດ​ເປັນ "ທາງ​ຍ່າງ​ລັດຖະມົນຕີ" ​​ແມ່ນ​ການ​ເອີ້ນ​ຂອງ​ນັກ​ຂ່າວ ເຊິ່ງ​ແມ່ນ​ທາງ​ຍ່າງ​ເຂົ້າ​ອອກ​ຫ້ອງປະຊຸມ​ຂອງ​ລັດຖະມົນຕີ​ທີ່​ເຂົ້າຮ່ວມກອງ​ປະຊຸມ​ສອງ​ສະພາ​ໃນແຕ່ລະ​ປີ ​ແລະກໍ​ເປັນ​ສະຖານ​ທີ່​ສຳລັບ​ລັດຖະມົນຕີກະຊວງ​ຕ່າງໆ​ໃຫ້​ສຳພາດ ​ແລະ​ພົບ​ປະ​ກັບ​ນັກ​ຂ່າວ.

​ເຈົ້າໜ້າ​ທີ່​ສູນ​ຂ່າວ​ກ່າວ​ວ່າ, "ທາງ​ຍ່າງລັດຖະມົນຕີ" ​ໃນ​ປີ​ນີ້​ໄດ້​ຮັບການ​ເຫັນ​ດີ​ເປັນ​ຢ່າງສູງຂອງ​ກະຊວງ​ແລະ​ຄະນະ​ກຳມະການ​ຕ່າງໆ ​ແລະ​ຈະ​ມີ​ລັດຖະມົນຕີ​ຫຼາຍ​ທ່ານ​ຍ່າງ​ເຂົ້າ​ຫ້ອງ​ປະຊຸມ​ຕາມ​ທາງ​ຍ່າງ​ດັ່ງກ່າວ ​ເຊິ່ງຈະ​ເຮັດ​ໃຫ້​ທາງ​ຍ່າງ​ນີ້​ກາຍ​ເປັນ​ສະຖານ​ທີ່​ສຳຄັນ​ໃນ​ການ​ເປີດ​ເຜີຍ​ຂໍ້​ມູນ​ທາງ​ການ, ການອະທິບາຍ​ບົດ​ລາຍ​ງານ​ແລະ​ນະ​ໂຍບາຍ, ການ​​ແນະນຳ​ສະພາບ​ວຽກ​ງານ​ຂອງ​ກະຊວງ​ຕ່າງໆ ​ແລະການ​ຕອບ​ບັນຫາ​ຈຸດ​ຮ້ອນ ​ແລະ​ການ​ແກ້​ໄຂ​ບັນຫາ​ຕ່າງ​ໆ​ທີ່​ພົບ​ຄວາມ​ຫຍຸ້ງຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ