ກຽມພ້ອມ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ສະ​ໄໝ​ທີ 12
2017-03-03 16:33:29  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ເຈົ້າ​ໜ້າ​ທີ່ສູນ​ຂ່າວ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ສະ​ໄໝ​ທີ 12 ​ເປີດ​ເຜີຍ​ວ່າ, ຄະນະ​ຜູ້​ແທນ ​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​ເດີນທາງ​ມາ​​ເຖິງ​ປັກ​ກິ່ງທຸກ​ທ່ານແລ້ວ, ການ​ກຽມ​ທຸກໆ​ວຽກ​ງານ​​ຂອງ​ກອງ​ປະຊຸມກໍ​ພ້ອມແລ້ວ​ເຊັ່ນ​ດຽວ​ກັນ.

ສູນ​ຂ່າວ​ແຈ້ງ​ຕື່ມ​ວ່າ, ວຽກ​ງານ​ຕ່າງໆ ​ເຊັ່ນ: ບັນຫາກອງ​ປະຊຸມ, ຍັດຕິ, ​ໃບຂ່າວ ​ແລະ​ການຈັດ​ສັນ​ສະຖານ​ທີ່​ປະຊຸມ​ຕ່າງໆ​ໄດ້​ກຽມພ້ອມທຸກ​ຢ່າງ​ແລ້ວ, ທັງ​ພ້ອມຈະ​ແປ​ເອກະສານ​ກອງ​ປະຊຸມ​ເປັນ 7 ພາສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ຄື ​ພາສາ​ມົງ​ໂກນ, ຕິ​ເບ​ດ, ອຸຍ​ເກີ, ກາ​ຊັກ, ​ເກົາຫຼີ, ຢີ ​ແລະ​ຈ້ວງ ​ແລະ​​ແປ​ໄປ​ພ້ອມກອງ​ປະຊຸມ. ນອກ​ນີ້, ​ຍັງ​ຈະແປ​ເອກະສານ​ເປັນ​ພາສາ​ຕ່າງປະ​ເທດຕື່ມ​ອີກ​ ​ເຊັ່ນ: ອັງກິດ, ຝຣັ່ງ, ​ແອ​ສປາຍ, ຣັດ​ເຊຍ, ຍີ່ປຸ່ນ, ​ເຢຍລະ​ມັນ, ອາຣັບ ​ແລະ​ອື່ນໆ.
ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ສະ​ໄໝ​ທີ 12 ຈະ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 5 ມີນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ