ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ສະ​ໄໝ​ທີ 12 ຈະ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ມື້ນີ້
2017-03-03 18:28:01  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ສະ​ໄໝ​ທີ 12 ຈະ​ໄຂ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ເວ​ລາ 15 ໂມງ​ຂອງວັນ​ທີ 3 ມີ​ນານີ້.

    ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ 2000 ກວ່າ​ທ່ານ ຈະ​ຮັບ​ຟັງ​ແລະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ ແລະ ສະ​ພາບ​ການເກັບ​ກຳຄວາມ​ເຫັນ​ນັບ​ແຕ່ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 4 ສະ​ໄໝ 12 ເປັນ​ຕົ້ນ​ມາ ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ.

    ຕອນ​ບ່າຍ​ວັນ​ທີ 3 ມີ​ນານີ້, ຄະ​ນະ​ຜູ້​ແທນກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປ​ະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 5 ສະ​ໄໝ​ທີ 12 ທຸກ​ຄະ​ນະ ຈະ​ໄຂ​ກອ​ງ​ປະ​ຊຸມ ເພື່ອ​ເລືອກ​ປະ​ທານ ແລະ ຮອ​ງ​ປະ​ທານ; ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຮ່າງລາຍ​ຊື່​ຄະ​ນະ​ປະ​ທານ​ແລະ​​ລາຍ​ຊື່​ເລ​ຂາ​ກອງ​ປະ​ຊຸມ ແລະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຮ່າງວາ​ລະ​ກອງ​ປະ​ຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ