ນາຍົກ​ອັງກິດ​ກ່າວ​ວ່າ ຕ້ອງ​ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ຂອງຊາດຫຼັງ​ຈາກ​ຖອນຕົວ​ອອກ​ຈາກ​ສະຫະພາບ​ເອີຣົບ
2017-03-04 14:58:08  cri 
​ໂດຍ​ແນ​ໃສ່​ກະ​ແສ​ແນວ​ຄິດ​​ເອກະລາດ​ຂອງ​ສະ​ກັອດ​ແລນ, ວັນ​ທີ 3 ມີນາ​ນີ້, ທ່ານນາງ ​ເດີຣີຊາ ​ເມ ນາຍົກລັດຖະມົນຕີອັງກິດ​ກ່າວ​ວ່າ: ປະ​ເທດ​ຕົນ​ຕ້ອງ​ຮັບປະກັນ​ຄວາມ​ເປັນ​ເອກ​ະພາບ​ຫຼັງ​ຈາກ​ຖອນ​ຕົວອອກ​ຈາກ​ສະຫະພາບເອີຣົບ, ສະພາ​​ແຫ່ງ​ຊາດອັງກິດ​ແມ່ນ​ເລືອກ​ຕັ້ງ​ໂດຍ​ປະຊາຊົນ​ຂອງປະ​ເທດ​ຕົນ, ລັດຖະບານ​ອັງກິດ​ທີ່​ຮັບຜິດຊອບ​ຕໍ່​ສະພາ​​ແຫ່ງ​ຊາດຕ້ອງ​ຮັກສາ​ຄວາມ​ເປັນ​ເອກະ​ພາບ​ແລະ​ຄວາມ​ຄົບ​ຖ້ວນ​ຂອງ​ປະ​ເທດຕົນ.

​ໃນ​ມື້​ດຽວ​ກັນ,ທ່ານນາງ ​ເດີຣີຊາ ​ເມ ກ່າວ​ຄຳ​ປາ​ໄສໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ພັກຈາຮີດ​ນິຍົມ​ອັງກິດ​ໂດຍ​ກ່າວ​ວ່າ: ກາ​ນ​ເຈລະຈາ​ລະຫວ່າງ​ອັງກິດ​ກັບ​ສະຫະພາບ​ເອີຣົບຕ້ອງ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ລວມຂອງ​ອັງກິດ ​ເຊິ່ງ​ລວມທັງ​ຍາດ​ແຍ່ງ​ເອົາຜົນ​ປະ​ໂຫຍ​ດ​ຫຼາຍ​ກວ່າ​ເກົ່າມາ​ໃຫ້​ສະ​ກັອດ​ແລນ. ​ຂະນະ​ທີ່​ສະຫະພາບ​ເອີຣົບມອບ​ສິດ​ຄຸ້ມ​ຄອງ​ໃຫ້​ແກ່​ອັງກິດ ກໍ​ໝາຍຄວາມ​ວ່າ​ສະ​ກັອດ​ແລນ​ຈະ​ໄດ້​ຮັບສິດ​ອຳນາດ​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ