ຜູ້ຕາງໜ້າຂອງ​ຈີນ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ໂຈມ​ຕີ​ຕໍ່​ການ​ຂາຍ​ສັດ​ແລະ​ພືດ​ປ່າ​ແບບ​ຜິດ​ກົດໝາຍ
2017-03-04 14:58:54  cri 
ວັນ​ທີ 3 ມີນາ​ນີ້, ທ່ານ ລີ​ວ​ເຈ​ຢີ່ ຜູ້ຕາງໜ້າ​ຖາວອນຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ກ່າ​ວວ່າ: ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​​ໂຈມ​ຕີ​ການ​ຂາຍສັດ​ແລະ​ພືດ​ປ່າ​ແບບ​ຜິດ​ກົດໝາຍ, ​ລົງ​ໂທດ​ການ​ກະທຳ​ຜິດທີ່​ໜັກໜ່ວງ​ດັ່ງກ່າວຢ່າງ​ເດັດຂາດ.

​ໃນ​ມື້​ດຽວ​ກັນ, ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລືຫົວ​ຂໍ້​ສະ​ເພາະ​ລະດັບ​ສູງກ່ຽວ​ກັບ "ວັນ​ສັດ​ແລະ​ພືດ​ປ່າ​ໂລກ". ທ່ານ ລີ​ວ​ເຈ​ຢີ່ ປະກອບ​ຄຳ​ເຫັນ​ວ່າ: ປະ​ເທດ​ຕ່າງໆໃນ​ໂລກ​ຄວນ​ເພີ່ມຄວາມ​ແຮງດ້ານ​ການ​ປະຕິບັດ​ກົດໝາຍ​ໃນຂັ້ນ​ຕອນ​ຕ່າງໆ​ເຊັ່ນ: ການ​ຜະລິດ,ການຈຳໜ່າຍ,ການ​ຄ້າຂາຍ​ເຖື່ອນ​ແລະ​ອື່ນໆ, ​ເພື່ອ​ໂຈມ​ຕີ​ຢ່າງຮອບດ້ານ​ໂດຍ​ສະ​ເພາະ​ຄວນ​ໃຫ້​ຄວາ​ມສຳຄັນ​ຕໍ່​ປາບ​ປາມການ​ຄ້າຂາຍ​ສັດ​ແລະ​ພືດ​ປ່າ​​ຢ່າງ​ຜິດ​ກົດໝາຍຢູ່​ທາງ​ອິນ​ເຕີ​ເນັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ