ຈັດຄາ​ນີວານ​ຫົວຄິດປະດິດ​ສ້າງ​ໃໝ່ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີດ້ານການ​ທະນາຄານ​ໄຕ້​ຫວັນ 2017 ຢູ່​ເມືອງ​ໄຕ້​ເປ​ຂອງ​​ແຂວງໄຕ້​ຫວັນ
2017-03-04 14:59:41  cri 
ວັນ​ທີ 4 ມີນາ​ນີ້, ຄາ​ນີວານຫົວຄິດ​ປະດິດ​ສ້າງ​ໃໝ່​ວິທະຍາສາດ​ເຕັກ​ໂນ​ໂລ​ຊີດ້ານການ​ທະນາຄານ​ໄຕ້​ຫວັນ 2017 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໄຕ້​ເປ​ຂອງ​ແຂວງ​ໄຕ້​ຫວັນ​ ​ໂດຍ​ມີທີ​ມງານ​ຫົວຄິດປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານການທະນາຄານຈາກ​ອັງກິດ, ສິງກະ​ໂປ​ແລະ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ແລະ​​ແຫ່ງ​ອື່ນໆ 30 ທີ​ມ​ໄດ້​ເຂົ້າ​ຮ່ວມ​ງານ.

ທ່ານ ສື່​ຈຸ້ນ​ຈີ ປະທານ​ຄະນະ​ມົນຕີ​ຮ່ວມ​​ໃນ​ຂະ​ແໜງ​ການ​ການ​ບໍລິການ​ດ້ານ​ການ​ທະນາຄານ​ໄຕ້​ຫວັນ​ຊີ້ວ່າ: ​ໂດຍ​ປະ​ເຊີນ​ກັບ​ກະ​ແສ​​ການ​ພັດທະນາ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ການ​ທະນາຄານ​ທົ່ວ​ໂລກ, ​ໄຕ້​ຫວັນ​ພວມ​ດຶງ​ດູດ​ວົງການ​ການ​ຜະລິດ​ແລະ​ວົງ​ການວິຊາ​ການ​ມາ​​ເຂົ້າຮ່ວມຢ່າງ​ຕັ້ງໜ້າ. ການ​ຈັດ​ງານ​ວາງສະ​ແດງ​ຫົວຄິດ​ປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ການ​ທະນາຄານຄັ້ງ​ທຳ​ອິດ​ຂອງ​ໄຕ້​ຫວັນ​ຄັ້ງ​ນີ້ ມີ​ຈຸດປະສົງວາງສະ​ແດງປະສົບ​ການ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ການ​ທະນາຄານທີ່​ກ້າວໜ້າ​ຂອງ​ໂລກ,ຊຸກຍູ້​ການ​ພັດທະນາ​ດ້ວຍ​ຫົວຄິດ​ປະດິດ​ສ້າງ​ໃນ​ວົງ​ການ, ອົບຮົມ​ບົ່ມສ້າງ​ບຸກຄະລາ​ກອນ​ດ້ານ​ການທະນາຄານແລະ​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ການ​ທະນາຄານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ