ປະທານເຟດອາເມລິກາກ່າວວ່າເພີ່ມອັດຕາດອກເບ້ຍໃນເດືອນມີນາແມ່ນເໝາະສົມ
2017-03-04 16:45:55  cri 
ທ່ານນາງຈາເນດ ເຢເລນ ປະທານສະຫະພັນຄັງສຳຮອງເງິນຕາ ຫຼື ​ເຟດ ຂອງ​ອາ​ເມ​ລິ​ກາ​​ແຍ້ມ​ໃຫ້​ຮູ້​ໃນ​ວັນ​ທີ 3 ມີນາ​ນີ້​ວ່າ, ຖ້າເສດຖະກິດ​ອາ​ເມ​ລິ​ກາພັດທະນາ​ໄປ​ຕາມ​ຄວາມ​ຄາດໝາຍ​ຂອງ​ເຈົ້າ​ໜ້າ​ທີ່​ເຟດ, ​ເຟດ​ເພີ່ມ​ດອກ​ເບ້ຍ​ໃນ​ກອງ​ປະຊຸມ​ສາ​ມັນ​ນະ​ໂຍບາຍ​ເງິນຕາ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ​ນັ້ນ ​ແມ່ນ​ເໝາະ​ສົມ. ບຸກຄົນ​ວິ​ເຄາະ​ຕະຫຼາດ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ​ເຟດຈະ​ເພີ່ມ​ດອກ​​ເບ້ຍ​ໃນ​ເດືອນ​ມີນາ​ປີ​ນີ້.

​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ເຈົ້າໜ້າ​ທີ່​ເຟດຫຼາຍ​ທ່ານ ​ເຊິ່ງລວມທັງ​ທ່ານ​ວິ​ລຽມ ດັກ​ລີ ຜູ້​ວ່າການ​ທະນາຄານ​ຄັງ​ສຳຮອງ​ສະຫະລັດ​ນິວຢອກ ​ແລະ​ທ່ານ​ເລວ ​ໄບຣນາດ ລ້ວນ​ແຕ່​ເຫັນ​ວ່າ, ​ເສດຖະກິດ​ອາ​ເມ​ລິ​ກາ​ມີ​ທ່ວງທ່າ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ ​ແລະ​ສາມາດ​ສະໜັບສະໜູນ​ເຟດ​ເພີ່ມ​ດອກ​ເບ້ຍ​ອີກ​ໃນ​​​ໄວໆ​ນີ້. ກອງ​ປະຊຸມ​ສາມັນ​ນະ​ໂຍບາຍ​ເງິນຕາ​ຄັ້ງ​ຕໍ່​ໄປ​ຂອງ​ເຟດຈະ​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 14 ຫາ 15 ມີນາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ